ໃນວັນທີ 26 ພະຈິກ 2018 ທີ່ສານປະຊາຊົນສູງສຸດໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງເມືອງວຽງໄຊ ແຂວງຫົວພັນຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ( ວັນທີ30/11/1968-30/11/2018 ) ໂດຍການໃຫ້ກຽດປາຖະກະຖາຂອງສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກສະໄໝທີ X ດ້ານວຽກງານຄົ້ນຄວ້າທິດສະດີ, ພຶດຕິກຳຂອງພັກ ແລະ ແນວຄິດປະທານໄກສອນ ພົມວິຫານ, ໂດຍມີ ທ່ານ ຄຳພັນ ສິດທິດຳພາ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍພະນັກງານການນຳ ແລະ ວິຊາການເຂົ້າຮ່ວມຮັບຟັງ
ໃນພິທີ ທ່ານ ສົມສະຫວາດເລັ່ງສະຫວັດ ໄດ້ຍົກໃຫ້ເຫັນເນື້ອໃນຄວາມໝາຍຄວາມສຳຄັນການກຳເນີດເກີດຂຶ້ນຂອງເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ, ເມືອງວຽງໄຊແມ່ນຕົ້ນກຳເນີດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເມືອງວຽງໄຊຍັງເປັນສູນກາງແຫ່ງການຊີ້ນຳ-ນຳພາຮອບດ້ານຂອງພັກໃນພາລະກິດຕໍ່ສູ້ປົດປ່ອຍຊາດຢ່າງມີໄຊ, ເປັນບ່ອນກຳເນີດຂອງພັກປະຊາຊົນລາວ, ເປັນບ່ອນກຳເນີດຂອງອົງການແນວລາວຮັກຊາດ, ຊຶ່ງເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນທັງຊາດ, ເປັນຖານທີ່ໝັ້ນຂອງການປະຕິວັດເປັນບ່ອນກໍ່ສ້າງ ແລະ ຂະຫຍາຍກຳລັງປະກອບອາວຸດກໍ່ສ້າງ ແລະ ປົກປັກຮັກສາຖານທີ່ໝັ້ນການປະຕິວັດ, ກຳລັງປະກອບອາວຸດໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ, ເປັນສູນກາງການຊີ້ນຳຂອງພັກຕໍ່ພາລະກິດຕໍ່ສູ້ ກູ້ຊາດຕ້ານລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ປົດປ່ອຍປະເທດຊາດຢ່າງສົມບູນ, ພວກເຮົາມີເມືອງວຽງໄຊເປັນຖານທີ່ໝັ້ນຂອງການປະຕິວັດກໍ່ຍ້ອນມີການເສຍສະຫຼະຊີວິດ, ເລືອດເນື້ອເຫື່ອໄຄ ແລະ ຊັບສິນຈັກວ່າເທົ່າໃດຂອງພະນັກງານນັກຮົບ ແລະ ປະຊາຊົນທັງໝົດເຫຼົ່ານັ້ນກໍ່ເພື່ອໃຫ້ພະນັກງານຫຼັກແຫຼ່ງ ແລະ ວິຊາ ການອ້ອມຂ້າງສານປະຊາຊົນສູງສຸດໄດ້ຮັບຮູ້ເຂົ້າໃຈ ແລະ ກຳແໜ້ນຢ່າງເລິກເຖິງຄວາມເປັນມາການກຳເນີດຂອງ ແລະ ການເສຍສະຫຼະຂອງບັນພະບູລຸດເຮົາ.
ຂ່າວ: ອານຸພົນພົມຮັກສາ