ໃນຕອນບ່າຍວັນທີ່ 13 ສີງຫາ 2018 ສານປະຊາຊົນສູງສຸດ ໄດ້ສ້າງຂະບວນການກິລາຕ້ອນຮັບວັນສ້າງຕັ້ງສານປະຊາຊົນສູງສຸດຄົບຮອບ 36ປີ, ວັນລັດຖະທຳມະນູນ ແລະ ວັນຍືດອຳນາດໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ປະທານສານປະຊາຊົນສູງສຸດ, ຮອງປະທານສານປະຊາຊົນສູງສຸດ, ບັນດາຫົວໜ້າກົມ, ບັນດາຄະນະສານ ແລະ ພະນັກງານເຂົ້າຮ່ວມຢ່າງຟົດຟື້ນ ເພື່ອຮັດແໜ້ນຄວາມສາມັກຄີຮັກແພງປອງດອງກັນແຕ່ລະໜ່ວຍງານ ແລະ ເສີ້ມສ້າງມີດຕະພາບທີ່ດີຕໍ່ກັນທາງພາຍໃນ ແລະ ພາຍນອກ. ເຊີ່ງຜ່ານການແຂ່ງຂັນກິລາບານເຕະໄດ້ຜົນດັ່ງລຸ່ມນີ້:
ບານເຕະຊາຍ:
ອັນດັບ1: ຫ້ອງການ+ຈັດຕັ້ງ+ກົມພົວພັນ
ອັນດັບ2: ກົມຄຸ້ມຄອງ+ກົມກວດກາ+ກົມການເງີນ
ບານເຕະຍິງ:
ອັນດັບ1: ສະຫະພັນແມ່ຍິງ ບັນດາກົມ
ອັນດັບ2: ສະຫະພັນແມ່ຍິງ ບັນດຄະນະສານ
ລາງວັນຊົມເຊີຍ
ຄະນະສານອາຍາ+ເດັກ+ແຮງງານ+ສະຖາບັນ ແລະ ຄະນະສານແພ່ງ+ການຄ້າ+ຄອບຄົວ
ພາບ - ຂ່າວ: ອານຸພົນພົມຮັກສາ