ໃນຕອນບ່າຍວັນທີ 30 ກໍລະກົດ 2018 ທີ່ສານປະຊາຊົນສູງສຸດ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອ ເນື່ອງໃນວັນສ້າງຕັ້ງສານປະຊາຊົນ ຄົບຮອບ 36 ປີ (ວັນທີ15/08/1982-15/08/2018), ໃຫ້ກຽດປະຖະກະຖາໂດຍທ່ານທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ປະທານສານປະຊາຊົນສູງສຸດ, ມີຮອງປະທານສານປະຊາຊົນສູງສຸດ, ຫົວໜ້າກົມ, ຫົວໜ້າຄະນະສານ, ສະຖາບັນຄົ້ນຄ້ວາ-ຝືກອົບຮົມ ແລະ ພະນັກງານລັດຖະກອນຂອງສານປະຊາຊົນສູງສຸດເຂົ້າຮ່ວມ.
ໃນພິທີຄັ້ງນີ້ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ປະທານສານປະຊາຊົນສູງສຸດ ໄດ້ເລົ່າມູນເຊື້ອສານປະຊາຊົນ ໄດ້ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຢູ່ໃນສະພາບແວດລ້ອມ ແລະ ເງື່ອນໄຂເອື້ອ ອຳນວຍທີ່ແຕກຕ່າງກັນ, ຜ່ານຜ່າຂໍ້ຫຍຸ້ງຍາກ, ສ່ິງທ້າທາຍ ທີ່ແຕກຕ່າງກັນ ແຕ່ບຸກໜ້າບືນຕົວສູ່ເປົ້າໝາຍ ອັນດຽວກັນຄື ການເປັນອົງການຕຸລາການ ເຮັດໜ້າທີ່ເປັນອົງການພິພາກສາຂອງລັດ ເພື່ອດຳເນີນການພິຈາລະນາຕັດສິນຄະດີ ແນໃສ່ສຶກສາອົບຮົມພົນລະເມືອງໃຫ້ມີນ້ຳໃຈຮັກຊາດ, ຮັກລະບອບ ປະຊາທິປະໄຕ ປະຊາຊົນ, ປົກປັກຮັກສາ ແລະ ເສີມຂະຫຍາຍ ໝາກຜົນຂອງການປະຕິວັດ, ລະບອບການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ອົງການຈັດຕັ້ງຂອງພັກ, ອົງການຈັດຕັ້ງຂອງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ປົກປັກຮັກສາສິດຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ຮັບປະກັນຄວາມຍຸຕິທຳ, ຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເພີ່ມທະວີນິຕິທຳ, ກຳຈັດ ແລະສະກັດກັ້ນ ການລະເມີດກົດໝາຍ ຊື່ງນັບແຕ່ມື້ປະກາດສ້າງຕັ້ງສານປະຊາຊົນຂຶ້ນໃນປີ 1982 ມາເຖິງປັດຈຸບັນ.
ຕະຫຼອດໄລຍະເວລາ 36 ປີ ສານປະຊາຊົນໄດ້ຮັບການປັບປຸງນັບມື້ນັບເຕີບໃຫຍ່ໃຫ້ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ສະແດງອອກໃນການພັດທະນາແຕ່ລະດ້ານ ການປັບປຸງດັ່ງກ່າວໄດ້ເຮັດໃຫ້ ການຈັດຕັ້ງຂອງສານປະຊາຊົນມີການປ່ຽນແປງ, ເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາຂຶ້ນຢ່າງກ້າວກະໂດດ ຊື່ງມາຮອດປັດຈຸບັນ ການຈັດຕັ້ງຂອງສານປະຊາຊົນໃນທົ່ວປະເທດ ປະກອບດ້ວຍ: ສານປະຊາຊົນສູງສຸດ 01 ແຫ່ງ, ສານປະຊາຊົນພາກ 03 ແຫ່ງ, ສານປະຊາຊົນແຂວງ, ນະຄອນ 18 ແຫ່ງ ແລະ ສານປະຊາຊົນເຂດ 43 ແຫ່ງ, ສານທະຫານຂັ້ນສູງ 01 ແຫ່ງ, ສານທະຫານພາກ 03 ແຫ່ງ. ໄປຄ່ຽງຄູ່ກັບການປັບປຸງການຈັດຕັ້ງ, ການດຳເນີນຄະດີກໍໄດ້ມີການປັບປຸງໄປພ້ອມໆກັນ ໄດ້ເຮັດໃຫ້ຄຸນນະພາບນັບມື້ນັບສູງຂຶ້ນ ຕາມທິດກະທັດຮັດ ສົມເຫດສົມຜົນ ແລະມີປະສິດທິຜົນ, ມີການປະສານສົມທົບກັນ ເພື່ອແກ້ໄຂຂໍ້ຂັດແຍ່ງ ແລະຄະດີຕ່າງໆ ຕາມລະບຽບກົດໝາຍ, ສາມາດປົກປັກຮັກສາສິດ ແລະຜົນປະໂຫຍດ ຂອງລັດ, ຂອງ ລວມໝູ່ ແລະ ຂອງພົນລະເມືອງໄດ້ດີຂຶ້ນ. ອັນທີ່ພົ້ນເດັ່ນໃນການປັບປຸງ ແລະ ພັດທະນາລະບົບສານປະຊາຊົນ ໃນໄລຍະນີ້ ແມ່ນການຫັນງົບປະມານຂອງສານໃຫ້ຂຶ້ນກັບສາຍຕັ້ງ ຊຶ່ງຖືເປັນການພັດທະນາແບບກ້າວກະໂດດ ຂອງລະບົບສານປະຊາຊົນ ພວກເຮົາ.
ພາບ - ຂ່າວ: ອານຸພົນພົມຮັກສາ