ຕອນເຊົ້າວັນທີ 18 ກໍລະກົດ 2018 ທີ່ສານປະຊາຊົນສູງສຸດ, ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບອຳລາຂອງ ທ່ານ ລີ ຊາງ ກຸນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ. ທ່ານປະທານສານປະຊາຊົນສູງສຸດໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຂອງ ທ່ານ ລີ ຊາງ ກຸນ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ໃຫ້ນັບມື້ກ້າວໜ້າຂະຫຍາຍຕົວຂຶ້ນໄປເລື້ອຍໆ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມເຊື່ອໝັ້ນວ່າພາຍຫລັງທີ່ທ່ານເດີນທາງກັບຄືນປະເທດແລ້ວທ່ານຈະສືບຕໍ່ເຄື່ອນໄຫວຊຸກຍູ້ສົ່ງເສີມສາຍພົວພັນຮ່ວມມືລະຫວ່າງລັດຖະບານ ແລະ ປະຊາຊົນສອງປະເທດພວກເຮົາໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ. ພ້ອມທັງໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ສປປ ເກົາຫຼີ ຈົ່ງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນພາລະກິດໃໝ່ຂອງຕົນ.
ໂອກາດດຽວກັນ ທ່ານ ລີ ຊາງ ກຸນ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ຄຳພັນ ສິດທິດຳພາ ທີ່ໄດ້ສະຫລະເວລາອັນມີຄຸນຄ່າໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຖືໂອກາດນີ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາການນຳພັກ-ລັດຂອງລາວ ຕະຫລອດຮອດປະຊາຊົນລາວບັນດາເຜົ່າທີ່ໄດ້ໃຫ້ການຮ່ວມມືເປັນຢ່າງດີ ແລະ ອຳນວຍຄວາມສະດວກທຸກຢ່າງໃນຕະຫລອດໄລຍະການປະຕິບັດໜ້າທີ່ຂອງຕົນຈົນໄດ້ຮັບຜົນສຳເລັດຢ່າງຈົບງາມ.
ພາບ - ຂ່າວ: ອານຸພົນພົມຮັກສາ