ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ 2016, ຄະນະພັກ, ຄະນະນຳ, ພະນັກງານ, ລັດຖະກອນ ສານປະຊາຊົນສູງສຸດ ໄດ້ຮ່ວມກັນປູກຕົ້ນໄມ້ ຢູ່ທີ່ເດີ່ນສຳນັກງານຫ້ອງການ ສານປະຊາຊົນພາກກາງ ບ້ານເມືອງນ້ອຍຊຽງດາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ປະທານສານປະຊາຊົນສູງສຸດ ເຂົ້າຮ່ວມເປັນປະທ່ານໃນການປູກ.
ວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ, ເປັນວັນໜຶ່ງທີ່ມີຄວາມໝາຍສຳຄັນ ຊຶ່ງແຕ່ລະປີໃນທົ່ວປະເທດຈະໄດ້ຈັດໃຫ້ມີການປູກຕົ້ນໄມ້ ແລະ ສະເຫຼີມສະຫຼອງວັນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ ແລະ ກ້ວາງຂວາງ. ໃນໂອກາດນີ້ ທ່ານ ຄຳພັນ ສິດທິດຳພາ ປະທານສານປະຊາຊົນສູງສຸດໄດ້ກ່າວວ່າ: “ ຈົ່ງພ້ອມກັນປູກຕົ້ນໄມ້ເຮັດໃຫ້ພືນແຜ່ນດິນກາຍເປັນສີຂຽວ, ເພິ່ມຄວາມສວຍງາມ ທາງທຳມະຊາດ ທັງເປັນການຮັກສາລະບົບນິເວດວິທະຍາທາງດ້ານປ່າໄມ້ໃຫ້ມີຄວາມອຸດົມສົມບູນ ຢູ່ໃນໂລກ; ໂລກມະນຸດພວກເຮົາຖ້າຫາກຂາດລະບົບນິເວດວິທະຍາສີຂຽວຂອງປ່າໄມ້ແລ້ວໝາຍເຖິງຄົນເຮົາຂາດອົກຊີແຊນເພື່ອຫາຍໃຈ ແລະ ດຳລົງຊີບ. ຢູ່ໃນແຖບຊົນນະບົດ ປະຊາຊົນຍັງໄດ້ນຳໃຊ້ປ່າເປັນບ່ອນທຳມາຫາກິນດັ່ງນັ້ນ, ພວກເຮົາທັງໝົດຈົ່ງພ້ອມກັນປູກ ແລະ ປົກປັກຮັກສາປ່າໄມ້ ໄວ້ໃຫ້ດີເພື່ອການນຳໃຊ້ທີ່ຍືນຍົງ ແລະ ມີປະສິດທິຜົນ ”
ພ້ອມກັບວັນປູກຕົ້ນໄມ້ແຫ່ງຊາດ ນີ້ ທ່ານ ປະທານ ສານປະຊາຊົນສູງສຸດ ຍັງໄດ້ເປັນກຽດມອບຂະໜົມຂອງຕ້ອນໃຫ້ແກ່ຫຼານນ້ອຍອີກດ້ວຍ.