ສານປະຊາຊົນ ໄດ້ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຢູ່ໃນສະພາບແວດລ້ອມ ແລະ ເງື່ອນໄຂເອື້ອ ອຳນວຍທີ່ແຕກຕ່າງກັນ, ຜ່ານຜ່າຂໍ້ຫຍຸ້ງຍາກ, ສ່ິງທ້າທາຍ ທີ່ແຕກຕ່າງກັນ ແຕ່ບຸກໜ້າບືນຕົວສູ່ເປົ້າໝາຍ ອັນດຽວກັນຄື ການເປັນອົງການຕຸລາການ ເຮັດໜ້າທີ່ເປັນອົງການພິພາກສາຂອງລັດ ເພື່ອດຳເນີນການພິຈາລະນາຕັດສິນຄະດີ ແນໃສ່ສຶກສາອົບຮົມພົນລະເມືອງໃຫ້ມີນ້ຳໃຈຮັກຊາດ, ຮັກລະບອບ ປະຊາທິປະໄຕ ປະຊາຊົນ, ປົກປັກຮັກສາ ແລະ ເສີມຂະຫຍາຍ ໝາກຜົນຂອງການປະຕິວັດ, ລະບອບການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ອົງການຈັດຕັ້ງຂອງພັກ, ອົງການຈັດຕັ້ງຂອງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ປົກປັກຮັກສາສິດຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ຮັບປະກັນຄວາມຍຸ ຕິທຳ, ຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເພີ່ມທະວີນິຕິທຳ, ກຳຈັດ ແລະສະກັດກັ້ນ ການລະເມີດກົດໝາຍ. ຊື່ງນັບແຕ່ມື້ປະກາດສ້າງຕັ້ງສານປະຊາຊົນຂຶ້ນໃນປີ 1982 ມາເຖິງປັດຈຸບັນ ສາມາດ ສະຫລຸບສັງລວມໄລຍະແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສານປະຊາຊົນ ອອກເປັນ 5 ໄລຍະ ຄື:
1. ໄລຍະແຫ່ງການກຳເນີດສານປະຊາຊົນ ( 1975-1982).
ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍ ໃນເບຶ້ອງຕົ້ນບໍ່ມີການຈັດຕັ້ງ ຂອງສານປະຊາຊົນ ແຕ່ການ ເຄື່ອນໄຫວດຳເນີນຕັດສິນຄະດີ ແມ່ນຂຶ້ນກັບກະຊວງຍຸຕິທຳ ໂດຍແມ່ນກົມພິພາກສາ ຂອງກະຊວງຍຸຕິທຳ ເຮັດ ໜ້າທີ່ໃນການຊີ້ນຳ ການພິຈາລະນາຕັດສິນຄະດີ ຢູ່ໃນແຕ່ລະທ້ອງຖິ່ນ ໂດຍອີງໃສ່ຄຳສັ່ງ ຂອງສຳນັກງານນາຍົກ ລັດຖະມົນຕີ ສະບັບເລກທີ 53/ນຍ ລົງວັນທີ 15 ຕຸລາ1976 ກ່ຽວກັບການຈັບຕົວ, ການສືບສວນ ແລະການຕັດ ສິນ ຜູ້ກະທຳຜິດ ເປັນພຶ້ນຖານໃນການພິຈາລະນາຕັດສິນຄະດີ ຊຶ່ງແບ່ງອອກເປັນ 3 ຂັ້ນ ຄື:
- ຢູ່ຂັ້ນເມືອງ ແມ່ນຂະແໜງຍຸຕິທຳຂອງເມືອງ ເຮັດໜ້າທີ່ເປັນສານຕັດສິນ ເມື່ອມີຄະດີເກີດຂຶ້ນ ຄະນະ ປົກຄອງເມືອງຈະສະເໜີ ຕໍ່ຄະນະປົກຄອງແຂວງ ເພື່ອແຕ່ງຕັ້ງ ເອົາຫົວໜ້າຂະແໜງຍຸຕິທຳເມືອງ ເປັນຫົວໜ້າ ສານຕັດສິນ ພ້ອມດ້ວຍຕຸລາການປະຊາຊົນສອງຄົນ ເປັນຄະນະ ແລະແຕ່ງຕັ້ງເອົາຄະນະປກສເມືອງ ເປັນໄອຍະ ການ.
- ຢູ່ຂັ້ນແຂວງ ຫລື ກຳແພງນະຄອນ ແມ່ນ ພະແນກຍຸຕິທຳແຂວງ, ກຳແພງນະຄອນ ຮັບຜິດຊອບເປັນ ສານຕັດສິນເມື່ອມີຄະດີເກີດຂຶ້ນ ຄະນະປົກຄອງແຂວງ, ກຳແພງນະຄອນ ຈະສະເໜີຕໍ່ລັດຖະມົນຕີວ່າການ ກະ ຊວງຍຸຕິທຳ ເພື່ອແຕ່ງຕັ້ງເອົາຮອງຫົວໜ້າພະແນກຍຸຕິທຳ ເປັນຫົວໜ້າສານຕັດສິນ ພ້ອມດ້ວຍຕຸລາການ ປະຊາ ຊົນສອງຄົນ ເປັນຄະນະ ແລະ ແຕ່ງຕັ້ງເອົາຄະນະ ປກສ ເປັນໄອຍະການ.
- ຢູ່ຂັ້ນສູນກາງແມ່ນກົມຜູ້ພິພາກສາ ຮັບຜິດຊອບພິຈາລະນາຕັດສິນຄະດີໃນລະດັບສູນກາງ ເມື່ອມີຄະດີ ເກີດຂຶ້ນ ລັດຖະມົນຕີວ່າການກະຊວງຍຸຕິທຳ ຈະແຕ່ງຕັ້ງສານເພື່ອຕັດສິນຄະດີ.
ສັງລວມແລ້ວໃນໄລຍະນີ້ ບໍ່ມີການຈັດຕັ້ງທີ່ຖາວອນຂອງສານ ແຕ່ເມື່ອມີຄະດີເກີດຂຶ້ນ ຈະແຕ່ງຕັ້ງສານ ຂຶ້ນເພື່ອພິຈາລະນາຕັດສິນຄະດີ ເມື່ອຕັດສິນສຳເລັດ ການຈັດຕັ້ງຂອງສານກໍ່ຈະສິ້ນສຸດໄປ ແລະເມື່ອມີຄະດີໃໝ່ ເກີດຂຶ້ນ ກໍ່ແຕ່ງຕັ້ງຂຶ້ນໃໝ່ຕາມຕົວຈິງ ຊຶ່ງການຕັດສິນຄະດີສ່ວນໃຫຍ່ແມ່ນຄະດີອາຍາທີ່ພົວພັນກັບ ພວກທີ່ທໍລະຍົດ ຕໍ່ການປະຕິວັດ ແລະ ພວກທີ່ມີໂທດກຳຮ້າຍແຮງ ຕໍ່ສິດຜົນປະໂຫຍດຂອງປະຊາຊົນ ຜູ້ອອກແຮງງານ. ແຕ່ ເຖີງຢ່າງໃດກໍຕາມ ກໍຖືວ່າເປັນບາດກ້າວ ແຫ່ງການກຳເນີດຂອງ ລະບົບການຈັດຕັ້ງຂອງສານປະຊາຊົນ.
2. ໄລຍະແຫ່ງການສ້າງຕັ້ງສານປະຊາຊົນ( 1982-1989).
ໂດຍອິງໃສ່ສະພາບການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ສັງຄົມ ທີ່ຕ້ອງເພີ່ມທະວີການຄຸ້ມຄອງ ລັດ ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ. ຄະນະຄົ້ນຄວ້າ ວຽກງານວິຊາສະເພາະຂອງກະຊວງຍຸຕິທຳ ຈຶ່ງໄດ້ສະເໜີລາຍງານຕໍ່ສູນກາງພັກ ກ່ຽວກັບການຈັດຕັ້ງຂອງ ສານໃນການພິຈາລະນາຕັດສິນຄະດີ. ຕໍ່ມາພັກ ແລະລັດ ກໍໄດ້ຕົກລົງສ້າງຕັ້ງສານປະຊາຊົນຂຶ້ນ ຢ່າງເປັນຮູບປະ ທຳ ໃນວັນທີ 15 ສິງຫາ 1982 ຕາມມະຕິຕົກລົງສະບັບເລກທີ 01/83/ສປສ ລົງວັນທີ 11 ມັງກອນ 1983 ຂອງ ຄະນະປະຈຳສະພາປະຊາຊົນສູງສຸດ ຊຸດທີ I, ພ້ອມດຽວກັນນັ້ນ ກໍໄດ້ແຕ່ງຕັ້ງທ່ານ ອຸ່ນເນື້ອ ພິມມະສອນ ເປັນປະທານສານສູງສຸດ, ພ້ອມທັງມອບໜ້າທີ່ໃຫ້ເປັນຜູ້ຮ່າງໂຄງປະກອບການຈັດຕັ້ງ, ກົດລະບຽບພາຍໃນ ສານປະ ຊາຊົນສູງສຸດ ເພື່ອນຳສະເໜີຕໍ່ຄະນະປະຈຳສະພາປະຊາຊົນສູງສຸດພິຈາລະນາ, ຊື່ງໃນເບື້ອງຕົ້ນ ສານປະຊາຊົນ ສູງສຸດ ເອີ້ນວ່າ “ ສານສູງສຸດ ” ຕໍ່ມາ ຈື່ງໄດ້ປ່ຽນຊື່ມາເປັນສານປະຊາຊົນສູງສຸດ ຕາມມະຕິຂອງຄະປະຈຳສະພາ ປະຊາຊົນສູງສຸດ ສະບັບເລກທີ 74/ສປສ ລົງວັນທີ 30 ທັນວາ 1983. ຊື່ງການສ້າງຕັ້ງສານປະຊາຊົນສູງສຸດນັ້ນ ແມ່ນໄດ້ແຍກກົມພິພາກສາ ທີ່ຂຶ້ນກັບກະຊວງຍຸຕິທຳ ມາສ້າງເປັນສານປະຊາຊົນສູງສຸດ ອັນເຮັດໃຫ້ການຈັດຕັ້ງ ຂອງສານຢູ່ສູນກາງໃນເມື່ອກ່ອນ ທີ່ແມ່ນກົມພິພາກສາເຮັດໜ້າທີ່ຕັດສິນຄະດີນັ້ນ ໄດ້ຕົກມາຢູ່ໃນຄວາມຮັບຜິດ ຊອບ ຂອງສານປະຊາຊົນສູງສຸດ; ສ່ວນຢູ່ຂັ້ນທ້ອງຖິ່ນ ກໍໄດ້ສ້າງຕັ້ງສານປະຊາຊົນ ໃຫ້ຂຶ້ນກັບ ພະແນກຍຸຕິທຳ ແຂວງ, ກຳແພງນະຄອນ ແລະເມືອງ ຊື່ງທັງໝົດແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງຍຸຕິທຳ. ໜ້າທີ່ຕົ້ນຕໍ ຂອງສານປະຊາຊົນໃນເວລານັ້ນ ແມ່ນພິຈາລະນາຕັດສິນຄະດີ ໃຫ້ມີຄວາມຖືກຕ້ອງ ແລະເປັນທຳ ແນໃສ່ປົກປັກ ຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາສິດ ແລະຜົນປະໂຫຍດອັນຊອບທຳ ຂອງລັດ ແລະຂອງປະຊາ ຊົນລາວ ບັນດາເຜົ່າ.
ໃນເບື້ອງຕົ້ນ ການຈັດຕັ້ງ ແລະການເຄື່ອນໄຫວຂອງສານປະຊາຊົນແມ່ນພົບຫຼາຍບັນຫາ, ມີສິ່ງທ້າທາຍ, ທົດສອບຫລາຍປະການເຊັ່ນ: ສຳນັກງານບ່ອນເຮັດວຽກບໍ່ທັນມີຕ້ອງໄດ້ອາໄສພຽງແຕ່ 1/3 ຂອງຕຶກອາຄານ ກະ ຊວງຍຸຕິທຳ ເປັນບ່ອນເຮັດວຽກ, ມີຄວາມແອອັດ, ພະນັກງານບໍ່ພຽງພໍ, ຂາດພາຫະນະ, ອຸປະກອນ, ງົບປະມານ ຕອບສະໜອງມີໜ້ອຍ, ບໍ່ທັນມີກົດໝາຍເປັນບ່ອນອີງ ແລະສະພາບແນວຄິດ ຂອງອຳນາດການປົກຄອງ, ທະ ຫານ , ຕຳຫຼວດ, ຂ້າລາຊະການທີ່ຖືກປະຊາຊົນໂຄ່ນລົ້ມໄປນັ້ນ ຈຳນວນໜຶ່ງຍັງມີແນວຄິດປໍລະປັກ ແລະອື່ນໆ. ເຖິງແມ່ນວ່າຈະພົບຄວາມຫຍຸ້ງຍາກຫລາຍດ້ານດັ່ງທີ່ກ່າວມານັ້ນກໍຕາມ ແຕ່ຍ້ອນມີແນວທາງນະໂຍບາຍອັນຖືກ ຕ້ອງ ແລະສະຫຼາດສ່ອງໃສຂອງພັກ, ມີການຊີ້ນຳ-ນຳພາຂອງຂັ້ນເທິງຢ່າງໃກ້ສິດ; ຄະນະພັກ ຄະນະນຳ ສານປະ ຊາຊົນສູງສຸດ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ຂອງພະນັກງານສານປະຊາຊົນ ໃຫ້ເພີ່ມທະວີ ແລະຍົກສູງຄວາມຮັບຜິດຊອບ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຍົກສູງຈິດໃຈຮັກຊາດ, ຮັກລະບອບປະຊາ ທິປະໄຕປະຊາຊົນອັນເຮັດໃຫ້ສານປະຊາຊົນຜ່ານຜ່າຂໍ້ຫຍຸ້ງຍາກຕ່າງໆ ແລະໄດ້ເຄື່ອນໄຫວຢ່າງຕັ້ງໜ້າປະກອບ ສ່ວນໃນການປະຕິບັດສອງໜ້າທີ່ຍຸດທະສາດເຮັດໃຫ້ບັນດາຂໍ້ຂັດແຍ່ງ, ການລະເມີດກົດໝາຍແລະບັນຫາຕ່າງໆ ທີ່ເກີດຂຶ້ນ ຖືກແກ້ໄຂ ແລະ ລຸດໜ້ອຍ ຖອຍລົງເທື່ອລະກ້າວ, ເຮັດໃຫ້ສັງຄົມມີຄວາມສະຫງົບ ໂດຍພື້ນຖານ.
3. ໄລຍະແຫ່ງການກໍ່ສ້າງ ແລະ ພັດທະນາລະບົບສານປະຊາຊົນ( 1989 - 2003).
ໃນປີ 1986 ພັກ ແລະ ລັດຖະບານ ໄດ້ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ອັນໄດ້ເຮັດໃຫ້ການ ພັດທະນາເສດຖະກິດ-ສັງຄົມຂອງປະເທດ ມີການຂະຫຍາຍຕົວຢ່າງວ່ອງໄວ, ບັນດາສິ່ງຫຍໍ້ທໍ້, ຂໍ້ຂັດແຍ່ງສັງຄົມ ມີໜໍ່ແໜງຂະຫຍາຍຕົວຂຶ້ນໃນສັງຄົມ. ດັ່ງນັ້ນ, ລະບົບສານປະຊາຊົນ ກໍມີຄວາມຈຳເປັນທີ່ຕ້ອງ ໄດ້ປັບປຸງໃຫ້ມີ ປະສິດທິພາບສູງຂຶ້ນ. ໃນວັນທີ 23 ທັນວາ 1989, ກົດໝາຍວ່າດ້ວຍສານປະຊາຊົນສະບັບທຳອິດ ໄດ້ຖືກຮັບ ຮອງເອົາໃນກອງປະຊຸມສະໄໝສາມັນ ຄົບຄະນະເທື່ອທີ 2 ຂອງສະພາປະຊາຊົນຊຸດທີ II ແລະ ປະກາດໃຊ້ຢ່າງເປັນທາງການຕາມລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 06/ປທປທ ລົງວັນທີ 09 ມັງກອນ 1990 ຊື່ງຖືວ່າເປັນຂີດໝາຍປະຫວັດສາດທີ່ສຳຄັນ ແຫ່ງການສ້າງຕັ້ງສານປະຊາຊົນຂຶ້ນຢ່າງເປັນຮູບປະທຳ ແລະ ເປັນ ລະບົບ. ໄປພ້ອມດຽວກັນນັ້ນ, ໃນວັນທີ 14 ສິງຫາ 1991 ລັດຖະທຳມະນູນສະບັບທຳອິດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຖຶກຮັບຮອງໃນກອງປະຊຸມຄັ້ງທີ 6 ສະໄໝສາມັນຂອງສະພາປະຊາຊົນສູງສຸດ ຊຸດທີ II ແລະ ປະກາດໃຊ້ຢ່າງເປັນທາງການ ຕາມລັດຖະດຳລັດຂອງປະທານປະເທດສະບັບເລກທີ 55/ປທປທ ລົງວັນທີ 15 ສິງຫາ 1991, ຊຶ່ງໃນມາດຕາ 65 ໄດ້ກຳນົດວ່າ: “ ສານປະຊາຊົນ ແມ່ນອົງການພິພາກສາຂອງລັດ ຊຶ່ງປະກອບດ້ວຍສານປະຊາຊົນສູງສຸດ, ສານປະຊາຊົນແຂວງ, ກຳແພງນະຄອນ, ສານປະຊາຊົນເມືອງ ແລະ ສານທະຫານ...” ນັບແຕ່ນັ້ນມາ ບໍ່ວ່າຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນການຈັດຕັ້ງຂອງສານໄດ້ສ້າງຕັ້ງຂຶ້ນ ຢ່າງເປັນ ຮູບເປັນຮ່າງ ທີ່ຊັດເຈນ ໂດຍສະເພາະຢູ່ຂັ້ນທ້ອງຖິ່ນໄດ້ປະກາດສ້າງຕັ້ງ ສານປະຊາຊົນແຂວງ, ກຳແພງນະຄອນ ແລະສານປະຊາຊົນເມືອງຂຶ້ນ ໂດຍໄດ້ແຕ່ງຕັ້ງປະທານ, ຮອງປະທານ ແລະຜູ້ພິພາກສາ ເພື່ອພິຈາລະນາຕັດສິນ ຄະດີ ພ້ອມທັງປະກອບພະນັກງານຊ່ວຍວຽກໃຫ້ສານປະຊາຊົນ ຕາມຄວາມເໝາະສົມ. ເຖີງຢ່າງໃດກໍຕາມ ການ ຈັດຕັ້ງ ແລະການບໍລິຫານສານປະຊາຊົນ ໃນເວລານັ້ນຍັງຂຶ້ນກັບກະຊວງຍຸຕິທຳ ໂດຍທີ່ປະທານ ສານປະຊາຊົນ ທ້ອງຖິ່ນ ຈະຮັບຜິດຊອບເປັນຮອງຫົວໜ້າພະແນກຍຸຕິທຳແຂວງ, ກຳແພງນະຄອນ ແລະ ເມືອງ.
ໂດຍປະຕິບັດຕາມພາລະບົດບາດ, ສິດ, ໜ້າທີ່ ຕາມທີ່ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ໂດຍສະເພາະມາດຕາ 2 ຂອງກົດໝາຍວ່າດ້ວຍສານປະຊາຊົນໄດ້ກຳນົດວ່າ“ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີແຕ່ສານເທົ່ານັ້ນທີ່ມີສິດອຳນາດພິພາກສາຄະດີ ບົນພື້ນຖານການເຄົາລົບກົດໝາຍ ຢ່າງເຂັ້ມ ງວດ “ ຊຶ່ງໄດ້ແບ່ງສິດອຳນາດຂອງສານປະຊາຊົນແຕ່ລະຂັ້ນໃນການພິຈາລະນາຕັດສິນຄະດີ ຄື:
- ສານປະຊາຊົນເມືອງ ມີສິດອຳນາດໃນການພິຈາລະນາຄື ເປັນຂັ້ນຕົ້ນ: ຄະດີແພ່ງ ມີມູນຄ່າບໍ່ເກີນ ຫ້າລ້ານກີບ ແລະບໍ່ຂຶ້ນກັບສິດອຳນາດຂອງສານອື່ນ, ຄະດີອາຍາທີ່ກຳນົດໂທດຕັດອິດສະລະພາບສູງສຸດບໍ່ເກີນສອງ ປີ ແລະ ບໍ່ຂຶ້ນກັບສິດອຳນາດຂອງສານອື່ນ;
- ສານປະຊາຊົນແຂວງ, ກຳແພງນະຄອນ ແລະ ສານເຂດພິເສດ ມີສິດອຳນາດໃນການພິຈາລະນາຄະດີ ເປັນຂັ້ນຕົ້ນ ຄະດີແພ່ງ ແລະ ຄະດີອາຍາ ທີ່ບໍ່ຂຶ້ນກັບສິດອຳນາດຂອງສານປະຊາຊົນເມືອງ ແລະສານອື່ນ, ເປັນຂັ້ນລົບລ້າງຄະດີທີ່ສານປະຊາຊົນເມືອງໄດ້ຕັດສິນເປັນຂັ້ນຕົ້ນແລ້ວ ແລະ ເປັນຂັ້ນຕິດຕາມກວດກາ ຄຳຕັດສິນທີ່ ໃຊ້ໄດ້ເດັດຂາດຂອງສານປະຊາຊົນເມືອງ ບົນພຶ້ນຖານການສະເໜີຄັດຄ້ານຂອງໄອຍະການປະຊາຊົນ;
- ສານປະຊາຊົນສູງສຸດພິຈາລະນາເປັນຂ້ັນຕົ້ນ ແລະ ເດັດຂາດ ຄະດີທີ່ມີຄວາມຫຍຸ້ງຍາກ ສັບສົນ ແລະ ມີຄວາມສຳຄັນເປັນພິເສດ, ພິຈາລະນາເປັນຂັ້ນລົບລ້າງ ຄະດີທີ່ສານປະຊາຊົນແຂວງ, ກຳແພງນະຄອນ ໄດ້ຕັດ ສິນເປັນຂັ້ນຕົ້ນແລ້ວ ແລະຂັ້ນຕິດຕາມ ກວດກາຄຳຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດຂອງສານປະຊາຊົນແຂວງ, ກຳແພງນະຄອນ ແລະ ເຂດພິເສດ ຕາມການສະເໜີຄັດຄ້ານຂອງອະທິໄອຍະການປະຊາຊົນ.
ເພື່ອເຮັດສຳເລັດໜ້າທີ່ດັ່ງກ່າວ, ຄະນະນຳຂອງສານປະຊາຊົນແຕ່ລະຂັ້ນ ໄດ້ເອົາໃຈໃສ່ຊີ້ນຳໆພາ ການເຄື່ອນໄຫວວຽກງານຂອງສານ ເພື່ອຮັບປະກັນການປະຕິບັດໜ້າທີ່ ໃຫ້ມີຄວາມເຂັ້ມແຂງຮອບດ້ານ ແລະ ຮັບປະກັນຄວາມຍຸຕິທຳ ໂດຍໄດ້ເລັ່ງໃສ່ແກ້ໄຂຄະດີຢູ່ແຕ່ລະຂັ້ນ ໃຫ້ມີຄວາມຍຸຕິທຳ ຫຼີກເວັ້ນການນຳໃຊ້ຊ່ອງຫວ່າງຂອງກົດໝາຍ ເພື່ອເອົາລັດເອົາປຽບກັນໃນສັງຄົມ; ພ້ອມດຽວກັນນັ້ນ ກໍພັດທະນະກົນໄກການດຳເນີນຄະດີໃຫ້ມີຄວາມຮັດກຸມສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ - ສັງຄົມເທື່ອລະກ້າວ.
4. ໄລຍະແຫ່ງການປັບປຸງ ແລະ ພັດທະນາລະບົບສານປະຊາຊົນ ( 2003-2009 ).
ເປັນເວລາທົດສະວັດກວ່າທີ່ສານປະຊາຊົນຢູ່ທ້ອງຖິ່ນໄດ້ສ້າງຕັ້ງຢ່າງເປັນລະບົບ ແລະມີການປັບປຸງ ພັດ ທະນາເປັນກ້າວໆມາ. ເຖີງຢ່າງໃດກໍຕາມສະພາບການພັດທະນາເສດຖະກິດ-ສັງຄົມຂອງປະເທດ ໄດ້ຂະຫຍາຍ ຕົວຢ່າງວ່ອງໄວ ແລະສະພາບຂໍ້ຂັດແຍ່ງໃນສັງຄົມກໍເກີດຂຶ້ນຢ່າງຫລວງຫລາຍ ແລະສັບສົນຂຶ້ນກວ່າເກົ່າ, ຄວາມ ຮຽກຮ້ອງຕ້ອງການ ໃນການບໍລິການຮັບໃຊ້ປະຊາຊົນໃຫ້ມີຄວາມສະດວກ ແລະເຂົ້າເຖີງຂະບວນການດຳເນີນ ຄະດີຂອງສານງ່າຍຂຶ້ນ ເປັນສີ່ງຈຳເປັນ ແລະຮຽກຮ້ອງໃຫ້ມີການປັບປຸງລະບົບສານປະຊາຊົນຄືນໃໝ່. ດັ່ງນັ້ນໃນ ປີ 2003 ຈື່ງໄດ້ມີການປັບປຸງລະບົບສານປະຊາຊົນ ໂດຍໄດ້ສ້າງຕັ້ງສານອຸທອນຂຶ້ນ ຢູ່ໃນສາມພາກ ແລະ ໂອນ ສານປະຊາຊົນທ້ອງຖິ່ນ ຈາກການຄຸ້ມຄອງຂອງກະຊວງຍຸຕິທຳ ມາຢູ່ໃນການຄຸ້ມຄອງບໍລິຫານ ຂອງສານປະຊາ ຊົນສູງສຸດ. ເຮັດໃຫ້ລະບົບການຈັດຕັ້ງ ຂອງສານປະຊາຊົນໃນໄລຍະນີ້ ປະກອບດ້ວຍ ສານປະຊາຊົນສູງສຸດ; ສານອຸທອນ; ສານປະຊາຊົນແຂວງ , ນະຄອນ; ສານປະຊາຊົນເມືອງ, ເທດສະບານ ແລະສານທະຫານ.
ນອກຈາກ ການປັບປຸງລະບົບການຈັດຕັ້ງແລ້ວ ຍັງໄດ້ປັບປຸງກົນໄກດຳເນີນຄະດີ ມີຄວາມວ່ອງໄວ, ລົງ ເລິກແຕ່ລະບັນຫາ ຖືກຕ້ອງ ແລະຍຸຕິທຳໂດຍໄດ້ແຍກຄະນະສານອອກເປັນ 5 ຄະນະສານຄື: ຄະນະສານອາຍາ ຄະນະສານແພ່ງ, ຄະນະສານການຄ້າ, ຄະນະສານຄອບຄົວ ແລະ ຄະນະສານເດັກ.
ຈຸດສຳຄັນ ຂອງການປັບປຸງລະບົບສານປະຊາຊົນໃນຄັ້ງນີ້ ອັນສຳຄັນແມ່ນ ການໂອນການຈັດຕັ້ງ ແລະ ການບໍລິຫານ ຕໍ່ສານປະຊາຊົນທ້ອງຖິ່ນ ຈາກການຄຸ້ມຄອງຂອງກະຊວງຍຸຕິທຳ ມາຢູ່ໃນການຄຸ້ມຄອງ ຂອງສານ ປະຊາຊົນສູງສຸດຢ່າງຮອບດ້ານ, ຊື່ງຖືວ່າເປັນສິ່ງທ້າທາຍຢ່າງໃຫຍ່ຫລວງຕໍ່ສານປະຊາຊົນສູງສຸດ; ດັ່ງນັ້ນ, ສານ ປະຊາຊົນສູງສຸດ ຈຶ່ງມີອຳນາດພິຈາລະນາຄະດີ ພຽງແຕ່ເປັນ ຂັ້ນລົບລ້າງສະເພາະແຕ່ທາງດ້ານກົດໝາຍເທົ່ານັ້ນ ເພື່ອໃຫ້ສານປະຊາຊົນສູງສຸດ ໄດ້ເຮັດໜ້າທີ່ຢ່າງເຕັມສ່ວນໃນການຄຸ້ມຄອງມະຫາພາກ ຕໍ່ສານປະຊາຊົນ ທ້ອງ ຖິ່ນ, ໂດຍໄດ້ສ້າງຕັ້ງ ສານອຸທອນຂຶ້ນ ເພື່ອພິຈາລະນາຄະດີເປັນຂັ້ນອຸທອນ ແລະ ຂັ້ນສຸດທ້າຍ ທາງດ້ານ ຂໍ້ມູນ ຫລັກຖານ ເພື່ອຈຳກັດບໍ່ໃຫ້ຄະດີຂຶ້ນມາຫາສານປະຊາຊົນສູງສຸດ. ພ້ອມດຽວກັນນັ້ນ ກົງຈັກຊ່ວຍວຽກຂອງສານ ປະຊາຊົນ ກໍໄດ້ມີການປັບປຸງ ຊື່ງປະກອບມີ: ຫ້ອງການ, ກົມຈັດຕັ້ງພະນັກງານ, ກົມຄຸ້ມຄອງ-ກວດກາ ແລະ ສະ ຖິຕິສານ ແລະ ສູນບຳລຸງຜູ້ພິພາກສາ, ທາງດ້ານຈຳນວນພົນຂອງສານ ກໍໄດ້ມີການບັນຈຸ ສັບຊ້ອນເຂົ້າໃໝ່ ຢ່າງ ເໝາະສົມ. ເພື່ອເຮັດໃຫ້ສານປະຊາຊົນສູງສຸດສາມາດຄຸ້ມຄອງບໍລິຫານ ຕໍ່ສານທ້ອງຖິ່ນໄດ້ຢ່າງສະດວກ ແລະມີ ປະສິດທິພາບ. ເຖີງຢ່າງໃດກໍຕາມ ທາງດ້ານງົບປະມານຂອງສານປະຊົນທ້ອງຖິ່ນ ແມ່ນຍັງຂຶ້ນກັບ ອຳນາດການ ປົກຄອງທ້ອງຖິ່ນ.
ພາຍຫຼັງທີ່ສານປະຊາຊົນທ້ອງຖິ່ນ ໄດ້ຂ້ຶນກັບສານປະຊາຊົນສູງສຸດແລ້ວ ຄະນະພັກ, ຄະນະນຳ ສານປະ ຊາຊົນສູງສຸດໄດ້ມີການຄົ້ນຄວ້າປັບປຸງ ແລະກຳນົດທິດທາງໃນການພັດທະນາລະບົບສານປະຊາຊົນເປັນແຕ່ລະ ໄລຍະ ໄປຄຽງຄູ່ກັບ ການປັບປຸງແບບແຜນວິທີເຮັດວຽກ ຂອງສານປະຊາຊົນ ເພື່ອຮັບປະກັນ ເຮັດໃຫ້ການເຄື່ອນໄຫວວຽກງານມີຄວາມສະດວກ, ຄ່ອງຕົວ ແລະ ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນແຕ່ ລະໄລຍະ ທັງມີຄວາມແທດເໝາະ, ສອດຄ່ອງກັບພາລະບົດບາດສິດ, ໜ້າທີ່ ຂອງສານປະຊາຊົນແຕ່ລະຂັ້ນ, ຮັບປະກັນໃຫ້ແກ່ການແກ້ໄຂຄະດີມີຄວາມວ່ອງໄວ, ຮັດກຸມ ແລະ ຖືກຕ້ອງຕາມຄວາມເປັນຈິງ ແລະ ກົດໝາຍ ເທື່ອລະກ້າວ.
5. ໄລຍະແຫ່ງການພັດທະນາລະບົບສານປະຊາຊົນ( 2009 - ປັດຈຸບັນ).
ຄຽງຄູ່ກັບການພັດທະນາລະບົບສານປະຊາຊົນ, ການພັດທະນາເສດຖະກິດ-ສັງຄົມ ແລະ ການພັດທະ ນາດ້ານຕ່າງໆ ຂອງປະເທດ ໄດ້ມີການພັດທະນາຢ່າງວ່ອງໄວ ພ້ອມນັ້ນໃນປີ 2009 ລັດຖະບານ ກໍໄດ້ຄົ້ນຄວ້າ ແລະ ຮັບຮອງເອົາແຜນຍຸດທະສາດກ່ຽວກັບການພັດທະນາລັດແຫ່ງກົດໝາຍຂອງ ສປປ ລາວ. ດັ່ງນັ້ນ ສານປະ ຊາຊົນ ຈື່ງໄດ້ທົບທວນຄືນບົດບາດ, ສິດ, ໜ້າທີ ແລະ ລະບົບການຈັດຕັ້ງຂອງຕົນ ເພື່ອໃຫ້ການເຄື່ອນໄຫວວຽກ ງານ ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ການເຊື່ອມໂຍງກັບສາກົນ ແລະ ພາກ ພຶ້ນ. ຄະນະພັກຄະນະນຳຂອງສານປະຊາຊົນສູງສຸດ ຈື່ງໄດ້ສະເໜີປັບປຸງ ແລະ ພັດທະນາລະບົບສານປະຊາ ຊົນ; ຊຶ່ງຄະນະປະຈຳສະພາແຫ່ງຊາດ ກໍໄດ້ອອກມະຕິຕົກລົງສະບັບເລກທີ 113/ຄປຈ ລົງວັນທີ 28 ພຶດສະພາ 2009 ກ່ຽວກັບການໂຮມສານປະຊາຊົນເມືອງເປັນສານປະຊາຊົນເຂດ ແລະ ເພີ່ມສິດອຳນາດໃຫ້ສານປະຊາຊົນ ເຂດໃນການພິຈາລະນາຕັດສິນຄະດີ ແລະ ມະຕິຕົກລົງສະບັບເລກທີ 179/ຄປຈ ລົງ ວັນທີ 05 ຕຸລາ 2009 ກ່ຽວ ກັບການປ່ຽນຊື່ຂອງສານອຸທອນ ມາເປັນສານປະຊາຊົນພາກ ແລະ ມີການປັບປຸງບັນດານິຕິກຳ ທີ່ກ່ຽວກັບການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງສານເປັນຕົ້ນແມ່ນກົດໝາຍວ່າດ້ວຍສານປະຊາຊົນ ໄດ້ປັບປຸງ ແລະ ຖືກຮັບ ຮອງເອົາໃນວັນທີ 26 ພະຈິກ 2009 ຊຶ່ງມາດຕາ 2 ໄດ້ກຳນົດວ່າ “ສານປະຊາຊົນ ແມ່ນອົງການຕຸລາການ ທີ່ເຮັດ ໜ້າທີ່ພິຈາລະນາຕັດສິນຄະດີ “ . ໂດຍໄດ້ແບ່ງສິດອຳນາດໃນການພິຈາລະນາຄະດີຄື:
- ຄະດີແພ່ງ ແລະຄະດີກ່ຽວກັບຄອບຄົວ ທີ່ມີຂໍ້ຂັດແຍ່ງມູນຄ່າ 300 ລ້ານກີບລົງມາ ແລະ ຄະດີອາຍາ ທີ່ກົດໝາຍກຳນົດໂທດສູງສຸດ ບໍ່ເກີນ 3 ປີ ແມ່ນສິດອຳນາດ ຂອງສານປະຊາຊົນເຂດ ເປັນຜູ້ພິຈາລະນາ ເປັນ ຂັ້ນຕົ້ນ.
- ຄະດີແພ່ງ ແລະ ຄະດີຄອບຄົວ ທີ່ມີຂໍ້ຂັດແຍ່ງເກີນ 300 ລ້ານກີບ, ຄະດີການຄ້າ ແລະ ຄະດີເດັກ ລວມທັງ ຄະດີອາຍາ ທີ່ກົດໝາຍກຳນົດໂທດສູງສຸດ ເກີນ 3 ປີ ແມ່ນນຳມາພິຈາລະນາເປັນຂັ້ນຕົ້ນ ຢູ່ສານປະຊາ ຊົນແຂວງ, ນະຄອນ ແລະ ສານເດັກ; ຄະດີທີ່ສານຂັ້ນຕົ້ນ(ເຂດ)ໄດ້ຕັດສິນແລ້ວ ແຕ່ຄູ່ຄວາມບໍ່ພໍໃຈ ຊື່ງຂໍອຸທອນ ຂຶ້ນມາ ແມ່ນນຳມາພິຈາລະນາເປັນຂັ້ນອຸທອນ ຢູ່ສານປະຊາຊົນແຂວງ, ນະຄອນ.
- ຄະດີແພ່ງ, ການຄ້າ, ຄອບຄົວ, ເດັກ ແລະ ຄະດີອາຍາ ທີ່ສານປະຊາຊົນແຂວງ, ນະຄອນ ໄດ້ຕັດສິນ ເປັນຂັ້ນຕົ້ນແລ້ວ ແຕ່ຄູ່ຄວາມບໍ່ພໍໃຈຊຶ່ງໄດ້ຂໍອຸທອນຂຶ້ນມາແມ່ນນຳມາພິຈາລະນາເປັນຂັ້ນອຸທອນ ຢູ່ສານປະຊາ ຊົນພາກ ແລະຄະດີທີ່ສານປະຊາຊົນແຂວງ, ນະຄອນໄດ້ພິຈາລະນາເປັນຂັ້ນອຸທອນແລ້ວ ແຕ່ຄູ່ຄວາມບໍ່ພໍໃຈ ຈຶ່ງ ໄດ້ຂໍລົບລ້າງຂຶ້ນມາ ແມ່ນນຳມາພິຈາລະນາເປັນຂັ້ນລົບລ້າງແຕ່ທາງດ້ານກົດໝາຍ ຢູ່ສານປະຊາຊົນພາກ.
- ຄະດີທີ່ສານປະຊາຊົນພາກພິຈາລະນາເປັນຂັ້ນອຸທອນແລ້ວ ແຕ່ຄູ່ຄວາມບໍ່ພໍໃຈ ຈຶ່ງໄດ້ຂໍລົບລ້າງ ຂຶ້ນ ມາ ແມ່ນນຳມາພິຈາລະນາເປັນຂັ້ນລົບລ້າງແຕ່ທາງດ້ານກົດໝາຍຢູ່ສານປະຊາຊົນສູງສຸດ.
ການປັບປຸງດັ່ງກ່າວໄດ້ເຮັດໃຫ້ ການຈັດຕັ້ງຂອງສານປະຊາຊົນມີການປ່ຽນແປງ, ເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາຂຶ້ນຢ່າງກ້າວກະໂດດ ຊື່ງມາຮອດປັດຈຸບັນ ການຈັດຕັ້ງຂອງສານປະຊາຊົນໃນທົ່ວປະເທດ ປະກອບດ້ວຍ: ສານປະຊາຊົນສູງສຸດ 01 ແຫ່ງ, ສານປະຊາຊົນພາກ 03 ແຫ່ງ, ສານປະຊາຊົນແຂວງ, ນະຄອນ 17 ແຫ່ງ ແລະ ສານປະຊາຊົນເຂດ 39 ແຫ່ງ, ສານທະຫານຂັ້ນສູງ 01 ແຫ່ງ, ສານທະຫານພາກ 03 ແຫ່ງ. ໄປຄ່ຽງຄູ່ກັບການປັບປຸງການຈັດຕັ້ງ, ການດຳເນີນຄະດີກໍໄດ້ມີການປັບປຸງໄປພ້ອມໆກັນ ໄດ້ເຮັດໃຫ້ຄຸນນະພາບນັບມື້ນັບສູງຂຶ້ນ ຕາມທິດກະທັດລັດ ສົມເຫດສົມຜົນ ແລະມີປະສິດທິຜົນ, ມີການປະສານສົມທົບກັນ ເພື່ອແກ້ໄຂຂໍ້ຂັດແຍ່ງ ແລະຄະດີຕ່າງໆ ຕາມລະບຽບກົດໝາຍ, ສາມາດປົກປັກຮັກສາສິດ ແລະຜົນປະໂຫຍດ ຂອງລັດ, ຂອງ ລວມໝູ່ ແລະ ຂອງພົນລະເມືອງໄດ້ດີຂຶ້ນ. ອັນທີ່ພົ້ນເດັ່ນໃນການປັບປຸງ ແລະ ພັດທະນາລະບົບສານປະຊາຊົນ ໃນໄລຍະນີ້ ແມ່ນການຫັນງົບປະມານຂອງສານໃຫ້ຂຶ້ນກັບສາຍຕັ້ງ ຊຶ່ງຖືເປັນການພັດທະນາແບບກ້າວກະໂດດ ຂອງລະບົບສານປະຊາຊົນ ພວກເຮົາ.