ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ເດີນທາງໄປພົບປະແລກປ່ຽນກິລາ-ສິນລະປະວັນນະຄະດີ ກັບ ສານປະຊາຊົນສູງສຸດ ສສ ຫວຽດນາມ ພ້ອມທັງເຂົ້າຮ່ວມພິທີສະເຫລີມສະຫລອງ ວັນສ້າງຕັ້ງສານປະຊາຊົນ 13 ກັນຍາ ຄົບຮອບ 74 ປີ ຂອງ ສສ ຫວຽດນາມ ທີ່ ແຂວງ ເງະອານ ສສ ຫວຽດນາມ ລະຫວ່າງ ວັນທີ 11-15 ກັນຍາ 2019 ໂດຍການເຂົ້າຮ່ວມຂອງ ທ່ານ ຫວຽນ ຮວ່າບິງ ເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍ ທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສູດ ໄດ້ນຳພາຜູ້ແທນ 100 ກວ່າທ່ານເຂົ້າຮ່ວມ.
ການແຂ່ງຂັນກິລາ ແລະ ສິລະປະວັນນະຄະດີມິດຕະພາບ ລະຫວ່າງ ສານປະຊາຊົນ ແຫ່ງ ສປປ ລາວ ແລະ ສານປະຊາຊົນ ສສ ຫວຽດນາມຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສຳຄັນ ມັນໄດ້ເປັນຂີດໝາຍປະຫວັດສາດຂອງສອງຂະແໜງການສານປະຊາຊົນທັງ 2 ປະເທດ, ເປັນການເພີມພູນຄູນສ້າງໃຫ້ຄວາມສາມັກຄີແບບພິເສດຂອງສອງຊາດ ລາວ-ຫວຽດນາມ ນັບມືໃສແຈ້ງຂື້ນ. ເຊີ່ງໃນປີນີ້ສຸດມີຄວາມສຳຄັນຢ່າງຍີ່ງໃຫຍ່ສໍາຫຼັບ ສານປະຊາຊົນລາວ-ຫວຽດນາມ, ຫວຽດນາມ-ລາວ ເຊີ່ງເປັນປີທີ່ສານປະຊາຊົນລາວສ້າງຂະບວນການເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສານປະຊາຊົນລາວຄົບຮອບ 37ປີ ທີ່ຜ່ານມາ ແລະ ພີເສດກໍ່ແມ່ນ ວັນສ້າງຕັ້ງສານປະຊາຊົນ ແຫ່ງ ສສ ຫວຽດນາມ ຄົບຮອບ 74. ໃນຂະບວນການແລກປ່ຽນກິລາ ແລະ ສິນລະປະວັນນະຄະດີໃນຄັ້ງນີ້ ມີນັກກິລາ ແລະ ສີນລະປະເຂົ້າຮ່ວມທັງໝົດ 200 ກວ່າທ່ານເຊີ່ງປະກອບດ້ວຍກິລາ ເຕະບານ, ຕີບານ, ຕີດອກປີກໄກ່, ຕີປິງປ່ອງ, ດືງເຊືອກ ແລະ ຕີກ໋ອບ. ຕະຫຼອດໄລຍະເວລາການແຂ່າງຂັນນັ້ນເຫັນໄດ້ວ່າບັນດາຄູຝືກ, ນັກກິລາ, ໄດ້ພ້ອມກັນເອົາໃຈໃສ່ຝືກຊ້ອມ ແລະ ທຸ້ມເທເຫື່ອແຮງຂອງຕົ້ນເຂົ້າໃນກິລາແຫ່ງມິດຕະພາບໃນຄັ້ງນີ້, ດ້ວຍຄວາມຮັບຜິດຊອບສູງ, ມີຄວາມສາມັກຄີ, ມິດຕະພາບ, ເຄົາລົບເຊີ່ງກັນ ແລະ ກັນ ອັນໄດ້ເຮັດໃຫ້ຊະບວນການແຂ່າງຂັນມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍມິດຕະພາບ.
ທັງສອງຂະແໜງການສານໄດ້ຕີລາຄາສູງຕໍ່ການຈັດການແລກປ່ຽນກິລາ ແລະ ສີນລະປະວັນນະຄະດີໃນຄັ້ງນີ້ມັນເປັນເຫດການ 1000ປີ ມີເທື່ອໜື່ງ, ມັນໄດ້ສ້າງໃຫ້ສາຍພົວພັນ, ຄວາມສາມັກຄີແບບພິເສດຮອບດ້ານຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ, ເວົ້າລວມເວົ້າສະເພາະແມ່ນເຮັດໃຫ້ການພົວພັນລະຫວ່າງ ສານປະຊາຊົນ ແຫ່ງ ສປປ ລາວ ແລະ ສານປະຊາຊົນ ສສ ຫວຽດນາມ, ນັບມື້ແຕກດອກອອກຜົົນ ທາງວົງກ້ວາງ ແລະ ວົງເລີກ, ສືກສາໄດ້ມູນເຊື້ອຮິດຄອງປະເພນີ ທີ່ມີແຕ່ດືກດຳບັນ, ທັງເປັນການສືບຕໍ່ສ້າງລະບົບສານຂອງສອງປະເທດເພື່ອຮອງຮັບກັບພາກພື້ນ.
ພາບ: ສາຄອນ ບຸນມີໄຊ
ຂ່າວ: ອານຸພົນ ພົມຮັກສາ