ມາດຕາ 76 (ໃໝ່)

ສະພາປະຊາຊົນທ້ອງຖິ່ນ ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ເປັນອົງການອຳນາດລັດທ້ອງຖິ່ນ, ປະຕິບັດພາລະບົດບາດ ພິຈາລະນາຮັບຮອງເອົາ ນິຕິກຳທີ່ສຳຄັນ,  ຕົກລົງບັນຫາພື້ນຖານ ຂອງທ້ອງຖິ່ນ ແລະ ຕິດຕາມກວດກາການເຄື່ອນໄຫວຂອງ  ບັນດາອົງການລັດໃນທ້ອງຖິ່ນຕົນ. 

ສະພາປະຊາຊົນທ້ອງຖິ່ນ ສ້າງຕັ້ງຂຶ້ນ ຕາມຂັ້ນຂອງການປົກຄອງທ້ອງຖິ່ນ ຊຶ່ງປະກອບດ້ວຍ ສະພາປະຊາຊົນຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ. ສຳລັບສະພາປະຊາຊົນຂັ້ນເມືອງ ແລະ ຂັ້ນບ້ານ ອາດຈະສ້າງຕັ້ງຂຶ້ນ ຕາມການຕົກລົງຂອງສະພາແຫ່ງຊາດ.

ສະພາປະຊາຊົນຂັ້ນແຂວງ ມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ.

ມາດຕາ 77 (ໃໝ່)

ສະພາປະຊາຊົນຂັ້ນແຂວງ ມີສິດ ແລະ ໜ້າທີ່ ດັ່ງນີ້:

1.    ພິຈາລະນາ, ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂັ້ນແຂວງ ຕາມການສະເໜີຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;

2.    ພິຈາລະນາ, ຮັບຮອງເອົານິຕິກຳທີ່ສຳຄັນຂັ້ນແຂວງ;

3.    ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການລັດຂອງທ້ອງຖິ່ນຕົນ;

4.    ເລືອກຕັ້ງ ຫຼື ປົດຕຳແໜ່ງ ປະທານ, ຮອງປະທານ ແລະ ກຳມະການຄະນະປະຈຳ ສະພາປະຊາຊົນຂັ້ນແຂວງ;

5.    ພິຈາລະນາ, ຮັບຮອງເອົາ ກົງຈັກຂອງສະພາປະຊາຊົນຂັ້ນແຂວງ;

6.    ເລືອກຕັ້ງ ຫຼື ປົດຕຳແໜ່ງ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ຕາມການສະເໜີ ຂອງຄະນະປະຈຳສະພາປະຊາຊົນຂັ້ນແຂວງ;

7.    ພິຈາລະນາ, ຮັບຮອງເອົາ ການສະເໜີຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ກ່ຽວກັບ ໂຄງປະກອບກົງຈັກຂອງອົງການປົກຄອງຂັ້ນແຂວງ; ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງ, ຫົວໜ້າພະແນກ, ຫົວໜ້າອົງການລັດທຽບເທົ່າພະແນກ ຂັ້ນແຂວງ;

8.    ພິຈາລະນາ, ຮັບຮອງເອົາ ການສະເໜີຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ກ່ຽວກັບ ການສ້າງຕັ້ງ, ຍຸບເລີກ, ແຍກອອກ, ໂຮມເຂົ້າ ພະແນກ, ອົງການລັດທຽບເທົ່າພະແນກຂັ້ນແຂວງ;

9.    ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ ຫຼື ປົດຕຳແໜ່ງ ຫົວໜ້າອົງການໄອຍະການ ປະຊາຊົນ, ປະທານສານປະຊາຊົນ ທ້ອງຖິ່ນ ຕາມການສະເໜີຂອງຄະນະປະຈຳສະພາປະຊາຊົນ ຂັ້ນແຂວງ;

10.    ພິຈາລະນາ, ຮັບຮອງເອົາ ການສ້າງຕັ້ງ ຫຼື ຍຸບເລີກເມືອງ, ເທດສະບານ, ນະຄອນ ແລະ ການກຳນົດເຂດແດນຂອງ ເມືອງ, ເທດສະບານ, ນະຄອນ ຕາມການສະເໜີຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;

11.     ລົບລ້າງ ຫຼື ຍົກເລີກ ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ຫຼື ນິຕິກຳອື່ນຂອງທຸກຂະແໜງການ ທີ່ຢູ່ໃນຂັ້ນຂອງຕົນ ຫຼື ຂັ້ນລຸ່ມ ທີ່ຂັດກັບກົດໝາຍ, ຍົກເວັ້ນຄຳຕົກລົງ ກ່ຽວກັບການດຳເນີນຄະດີຂອງ ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ;

12.    ມອບສິດໃຫ້ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ຕົກລົງວຽກງານທີ່ຈຳເປັນ ແລະ ຮີບດ່ວນ ແລ້ວລາຍງານຕໍ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ.

ມາດຕາ 78 (ໃໝ່)

ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ແມ່ນ ອົງການປະຈຳການຂອງສະພາປະຊາຊົນ ຂັ້ນແຂວງ, ປະຕິບັດໜ້າທີ່ແທນສະພາປະຊາຊົນຂັ້ນແຂວງ ໃນເວລາບໍ່ໄດ້ເປີດກອງປະຊຸມ.

ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ປະກອບດ້ວຍ ປະທານ, ຮອງປະທານ ແລະ ກຳມະການ ຈຳນວນໜຶ່ງ.

ປະທານ ແລະ ຮອງປະທານສະພາປະຊາຊົນຂັ້ນແຂວງ ເປັນທັງປະທານ ແລະ ຮອງປະທານຄະນະປະຈຳສະພາປະຊາຊົນຂັ້ນແຂວງ.

ມາດຕາ 79 (ໃໝ່)

ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1.    ກະກຽມ ແລະ ຮຽກໂຮມກອງປະຊຸມສະພາປະຊາຊົນຂັ້ນແຂວງ;

2.    ສະເໜີ ແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ, ຮອງເຈົ້າ ແຂວງ, ຮອງເຈົ້າຄອງນະຄອນຫຼວງ;

3.    ພິຈາລະນາ, ຮັບຮອງເອົາການສະເໜີຂອງປະທານສານປະຊາຊົນແຂວງ, ນະຄອນຫຼວງ ກ່ຽວກັບການແຕ່ງຕັ້ງຍົກຍ້າຍ ຫຼື ປົດຕຳແໜ່ງ ຮອງປະທານ ແລະ ຜູ້ພິພາກສາຂອງສານປະຊາຊົນ ທ້ອງຖິ່ນ;

4.    ຮັບ ແລະ ພິຈາລະນາ ຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ.

ມາດຕາ 80 (ໃໝ່)

ສະພາປະຊາຊົນຂັ້ນແຂວງ ເປີດກອງປະຊຸມສະໄໝສາມັນປີລະສອງເທື່ອ. ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ອາດຈະຮຽກໂຮມກອງປະຊຸມສະໄໝວິສາມັນກໍໄດ້ ຖ້າເຫັນວ່າ ມີຄວາມຈຳເປັນ.

ກອງປະຊຸມສະພາປະຊາຊົນຂັ້ນແຂວງ ຈະດຳເນີນໄດ້ກໍຕໍ່ເມື່ອມີສະມາຊິກສະພາປະຊາຊົນ ຂັ້ນແຂວງ ເຂົ້າຮ່ວມຫຼາຍກວ່າເຄິ່ງໜຶ່ງ ຂອງຈຳນວນສະມາຊິກສະພາປະຊາຊົນຂັ້ນແຂວງທັງໝົດ.

ມາດຕາ 81 (ໃໝ່)

ມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ  ຈະມີຄຸນຄ່າໄດ້ກໍຕໍ່ເມື່ອໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງ ຂອງຈຳນວນສະມາຊິກສະພາປະຊາຊົນຂັ້ນແຂວງ ທີ່ເຂົ້າຮ່ວມກອງປະຊຸມ.

ມາດຕາ 82 (ໃໝ່)

ສະພາປະຊາຊົນຂັ້ນແຂວງ ສ້າງຕັ້ງບັນດາຄະນະກຳມະການຂອງຕົນ ເພື່ອເປັນເສນາທິການ ໃຫ້ແກ່ສະພາປະຊາຊົນຂັ້ນແຂວງ ແລະ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ໃນການຈັດຕັ້ງ ປະຕິບັດວຽກງານ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນ.

ມາດຕາ 83 (ໃໝ່)

ສະມາຊິກສະພາປະຊາຊົນຂັ້ນແຂວງ ມີສິດຊັກຖາມ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ, ຫົວໜ້າພະແນກ, ອົງການລັດທຽບເທົ່າພະແນກຂັ້ນແຂວງ, ເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນ, ຫົວໜ້າອົງການໄອຍະການປະຊາຊົນ,  ປະທານສານປະຊາຊົນ ທ້ອງຖິ່ນ ແລະ ຜູ້ຕາງໜ້າ ອົງການກວດສອບປະຈຳພາກທີ່ກ່ຽວຂ້ອງ.

ບຸກຄົນທີ່ຖືກຊັກຖາມ ຕ້ອງຊີ້ແຈງຕໍ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ ດ້ວຍວາຈາ ຫຼື ເປັນລາຍລັກອັກສອນ.

ມາດຕາ 84 (ໃໝ່)

ສະມາຊິກສະພາປະຊາຊົນຂັ້ນແຂວງ ຈະບໍ່ຖືກດຳເນີນຄະດີອາຍາ ຫຼື ຈັບຕົວ, ກັກຕົວ ແລະ ກັກຂັງ ຖ້າຫາກບໍ່ໄດ້ຮັບຄວາມເຫັນດີຈາກ ສະພາປະຊາຊົນຂັ້ນແຂວງ ຫຼື ຄະນະປະຈຳສະພາປະຊາຊົນ ຂັ້ນແຂວງ ໃນເວລາສະພາປະຊາຊົນຂັ້ນແຂວງ ບໍ່ໄດ້ເປີດກອງປະຊຸມ.

ໃນກໍລະນີ ການກະທຳຜິດເຊິ່ງໜ້າ ຫຼື ຮີບດ່ວນນັ້ນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຕ້ອງລາຍງານ ໃນທັນທີໃຫ້ສະພາປະຊາຊົນຂັ້ນແຂວງ ຫຼື ຄະນະປະຈຳສະສະພາປະຊາຊົນຂັ້ນແຂວງ ເພື່ອພິຈາລະນາ.

ການສືບສວນ-ສອບສວນ ບໍ່ເປັນສາເຫດພາໃຫ້ສະມາຊິກສະພາປະຊາຊົນຂັ້ນແຂວງ ທີ່   ຖືກດຳເນີນຄະດີນັ້ນ ຂາດປະຊຸມສະພາປະຊາຊົນຂັ້ນແຂວງ.