ສານປະຊາຊົນ ໄດ້ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຢູ່ໃນສະພາບແວດລ້ອມ ແລະ ເງື່ອນໄຂເອື້ອ ອຳນວຍທີ່ແຕກຕ່າງກັນ, ຜ່ານຜ່າຂໍ້ຫຍຸ້ງຍາກ, ສ່ິງທ້າທາຍ ທີ່ແຕກຕ່າງກັນ ແຕ່ບຸກໜ້າບືນຕົວສູ່ເປົ້າໝາຍ ອັນດຽວກັນຄື ການເປັນອົງການຕຸລາການ ເຮັດໜ້າທີ່ເປັນອົງການພິພາກສາຂອງລັດ ເພື່ອ​ດຳ​ເນີນ​ການ​ພິຈາລະ​ນາ​ຕັດສິນຄະດີ ແນ​ໃສ່​ສຶກສາ​ອົບຮົມ​ພົນລະ​​ເມືອງ​ໃຫ້​ມີນ້ຳ​ໃຈ​ຮັກ​ຊາດ, ຮັກ​ລະບອບ​ ປະຊາທິປະ​ໄຕ​ ປະຊາຊົນ, ປົກ​ປັກ​ຮັກສາ ​ແລະ​ ເສີມ​ຂະຫຍາຍ ໝາກຜົນ​ຂອງ​ການ​ປະຕິວັດ, ລະບອບ​ການ​ເມືອງ, ເສດຖະກິດ, ວັດທະນະ​ທຳ-ສັງຄົມ, ອົງ​ການ​ຈັດຕັ້ງຂອງພັກ, ອົງ​ການ​ຈັດ​ຕັ້ງຂອງລັດ,​ ແນວ​ລາວ​ສ້າງ​ຊາດ, ອົງ​ການ​ຈັດຕັ້ງມະຫາຊົນ ​ແລະ ອົງ​ການ​ຈັດຕັ້ງສັງຄົມ, ປົກ​ປັກ​ຮັກສາ​ສິດ​ຜົນ​ປະໂຫຍ​ດອັນ​ຊອບ​ທຳ​ຂອງ​ພົນລະ​ເມືອງ, ຮັບ​ປະກັນ​ຄວາມຍຸ ຕິ​ທຳ, ຄວາມ​ສະຫງົບ ​ແລະຄວາມ​ເປັນ​ລະບຽບ​ຮຽບຮ້ອຍຂອງ​ສັງຄົມ, ເພີ່ມ​ທະວີ​ນິຕິ​ທຳ, ກຳຈັດ ​ແລະສະກັດ​ກັ້ນ ການ​ລະ​ເມີດ​ກົດໝາຍ. ຊື່ງນັບແຕ່ມື້ປະກາດສ້າງຕັ້ງສານປະຊາຊົນຂຶ້ນໃນປີ 1982 ມາເຖິງປັດຈຸບັນ ສາມາດ ສະຫລຸບສັງລວມໄລຍະແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສານປະຊາຊົນ ອອກເປັນ 5 ໄລຍະ ຄື:

1. ໄລຍະແຫ່ງການກຳເນີດສານປະຊາຊົນ ( 1975-1982).

            ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍ ໃນເບຶ້ອງຕົ້ນບໍ່ມີການຈັດຕັ້ງ ຂອງສານປະຊາຊົນ ແຕ່ການ ເຄື່ອນໄຫວດຳເນີນຕັດສິນຄະດີ ແມ່ນຂຶ້ນກັບກະຊວງຍຸຕິທຳ ໂດຍແມ່ນກົມພິພາກສາ ຂອງກະຊວງຍຸຕິທຳ ເຮັດ ໜ້າທີ່ໃນການຊີ້ນຳ ການພິຈາລະນາຕັດສິນຄະດີ ຢູ່ໃນແຕ່ລະທ້ອງຖິ່ນ ໂດຍອີງໃສ່ຄຳສັ່ງ ຂອງສຳນັກງານນາຍົກ ລັດຖະມົນຕີ ສະບັບເລກທີ 53/ນຍ ລົງວັນທີ 15 ຕຸລາ1976 ກ່ຽວ​ກັບ​ການ​ຈັບ​ຕົວ, ການ​ສືບສວນ ​ແລະການ​ຕັດ ສິນ​ ຜູ້​ກະທຳ​ຜິດ ເປັນພຶ້ນຖານໃນການພິຈາລະນາຕັດສິນຄະດີ ຊຶ່ງແບ່ງອອກເປັນ 3 ຂັ້ນ ຄື:

- ຢູ່ຂັ້ນເມືອງ ແມ່ນຂະແໜງຍຸຕິທຳຂອງເມືອງ ເຮັດໜ້າທີ່ເປັນສານຕັດສິນ ເມື່ອມີຄະດີເກີດຂຶ້ນ ຄະນະ ປົກຄອງເມືອງຈະສະເໜີ ຕໍ່ຄະນະປົກຄອງແຂວງ ເພື່ອແຕ່ງຕັ້ງ ເອົາຫົວໜ້າຂະແໜງຍຸຕິທຳເມືອງ ເປັນຫົວໜ້າ    ສານຕັດສິນ ພ້ອມດ້ວຍຕຸລາການປະຊາຊົນສອງຄົນ ເປັນຄະນະ ແລະແຕ່ງຕັ້ງເອົາຄະນະປກສເມືອງ ເປັນໄອຍະ ການ.

- ຢູ່ຂັ້ນແຂວງ ຫລື ກຳແພງນະຄອນ ແມ່ນ ພະແນກຍຸຕິທຳແຂວງ, ກຳແພງນະຄອນ ຮັບຜິດຊອບເປັນ ສານຕັດສິນເມື່ອມີຄະດີເກີດຂຶ້ນ ຄະນະປົກຄອງແຂວງ, ກຳແພງນະຄອນ ຈະສະເໜີຕໍ່ລັດຖະມົນຕີວ່າການ ກະ ຊວງຍຸຕິທຳ ເພື່ອແຕ່ງຕັ້ງເອົາຮອງຫົວໜ້າພະແນກຍຸຕິທຳ ເປັນຫົວໜ້າສານຕັດສິນ ພ້ອມດ້ວຍຕຸລາການ ປະຊາ ຊົນສອງຄົນ ເປັນຄະນະ ແລະ ແຕ່ງຕັ້ງເອົາຄະນະ ປກສ ເປັນໄອຍະການ.

- ຢູ່ຂັ້ນສູນກາງແມ່ນກົມຜູ້ພິພາກສາ ຮັບຜິດຊອບພິຈາລະນາຕັດສິນຄະດີໃນລະດັບສູນກາງ ເມື່ອມີຄະດີ ເກີດຂຶ້ນ ລັດຖະມົນຕີວ່າການກະຊວງຍຸຕິທຳ ຈະແຕ່ງຕັ້ງສານເພື່ອຕັດສິນຄະດີ.

          ສັງລວມແລ້ວໃນໄລຍະນີ້ ບໍ່ມີການຈັດຕັ້ງທີ່ຖາວອນຂອງສານ ແຕ່ເມື່ອມີຄະດີເກີດຂຶ້ນ ຈະແຕ່ງຕັ້ງສານ ຂຶ້ນເພື່ອພິຈາລະນາຕັດສິນຄະດີ ເມື່ອຕັດສິນສຳເລັດ ການຈັດຕັ້ງຂອງສານກໍ່ຈະສິ້ນສຸດໄປ ແລະເມື່ອມີຄະດີໃໝ່ ເກີດຂຶ້ນ ກໍ່ແຕ່ງຕັ້ງຂຶ້ນໃໝ່ຕາມຕົວຈິງ ຊຶ່ງການຕັດສິນຄະດີສ່ວນໃຫຍ່ແມ່ນຄະດີອາຍາທີ່ພົວພັນກັບ ພວກ​ທີ່​ທໍລະ​ຍົດ ​ຕໍ່​ການ​ປະຕິວັດ ແລະ ພວກ​ທີ່​ມີ​ໂທດ​ກຳ​ຮ້າຍ​ແຮງ ​ຕໍ່​ສິດຜົນປະ​ໂຫຍ​ດຂອງ​ປະຊາຊົນ ຜູ້​ອອກ​ແຮງ​ງານ. ແຕ່ ເຖີງຢ່າງໃດກໍຕາມ ກໍຖືວ່າເປັນບາດກ້າວ ແຫ່ງການກຳເນີດຂອງ ລະບົບການຈັດຕັ້ງຂອງສານປະຊາຊົນ.

2. ໄລຍະແຫ່ງການສ້າງຕັ້ງສານປະຊາຊົນ( 1982-1989).

            ໂດຍອິງໃສ່ສະພາບການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ສັງຄົມ ທີ່ຕ້ອງເພີ່ມທະວີການຄຸ້ມຄອງ ລັດ ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ. ຄະນະຄົ້ນຄວ້າ ວຽກງານວິຊາສະເພາະຂອງກະຊວງຍຸຕິທຳ ຈຶ່ງໄດ້ສະເໜີລາຍງານຕໍ່ສູນກາງພັກ ກ່ຽວກັບການຈັດຕັ້ງຂອງ ສານໃນການພິຈາລະນາຕັດສິນຄະດີ. ຕໍ່ມາພັກ ແລະລັດ ກໍໄດ້ຕົກລົງສ້າງຕັ້ງສານປະຊາຊົນຂຶ້ນ ຢ່າງເປັນຮູບປະ ທຳ ໃນວັນທີ 15 ສິງຫາ 1982 ຕາມມະຕິຕົກລົງສະບັບເລກທີ 01/83/ສປສ ລົງວັນທີ 11 ມັງກອນ 1983 ຂອງ ຄະນະປະຈຳສະພາປະຊາຊົນສູງສຸດ ຊຸດທີ I​, ພ້ອມດຽວກັນນັ້ນ ກໍ​ໄດ້​ແຕ່ງຕັ້ງທ່ານ ອຸ່ນ​ເນື້ອ ພິມ​ມະ​ສອນ ເປັນ​ປະທານ​ສານ​ສູງ​ສຸດ, ພ້ອມ​ທັງ​ມອບ​ໜ້າ​ທີ່​ໃຫ້​ເປັນ​ຜູ້​ຮ່າງ​ໂຄງ​ປະກອບ​ການຈັດຕັ້ງ, ກົດ​ລະບຽບ​ພາຍ​ໃນ​ ສານ​ປະ ຊາຊົນ​ສູງ​ສຸດ ​ເພື່ອ​ນຳ​ສະ​ເໜີຕໍ່ຄະນະ​ປະຈຳ​ສະພາ​ປະຊາຊົນ​ສູງ​ສຸດພິຈາລະນາ, ຊື່ງໃນເບື້ອງຕົ້ນ ສານປະຊາຊົນ ສູງສຸດ ເອີ້ນວ່າ “ ສານສູງສຸດ ” ຕໍ່ມາ ​ຈື່ງໄດ້ປ່ຽນຊື່ມາເປັນສານປະຊາຊົນສູງສຸດ ຕາມມະຕິຂອງຄະປະຈຳສະພາ ປະຊາຊົນສູງສຸດ ສະບັບເລກທີ 74/ສປສ ລົງວັນທີ 30 ທັນວາ 1983.  ຊື່ງການສ້າງຕັ້ງສານປະຊາຊົນສູງສຸດນັ້ນ ແມ່ນໄດ້ແຍກກົມພິພາກສາ ທີ່ຂຶ້ນກັບກະຊວງຍຸຕິທຳ ມາສ້າງເປັນສານປະຊາຊົນສູງສຸດ ອັນເຮັດໃຫ້ການຈັດຕັ້ງ ຂອງສານຢູ່ສູນກາງໃນເມື່ອກ່ອນ ທີ່ແມ່ນກົມພິພາກສາເຮັດໜ້າທີ່ຕັດສິນຄະດີນັ້ນ ໄດ້ຕົກມາຢູ່ໃນຄວາມຮັບຜິດ ຊອບ ຂອງສານປະຊາຊົນສູງສຸດ; ສ່ວນຢູ່ຂັ້ນທ້ອງຖິ່ນ ກໍໄດ້ສ້າງຕັ້ງສານປະຊາຊົນ ໃຫ້ຂຶ້ນກັບ ພະແນກຍຸຕິທຳ ແຂວງ, ກຳແພງນະຄອນ ແລະເມືອງ ຊື່ງທັງໝົດແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງຍຸຕິທຳ. ໜ້າທີ່ຕົ້ນຕໍ ຂອງສານປະຊາຊົນໃນເວລານັ້ນ ແມ່ນພິຈາລະນາຕັດສິນຄະດີ ໃຫ້ມີຄວາມຖືກຕ້ອງ ແລະເປັນທຳ ແນໃສ່ປົກປັກ ຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາສິດ ແລະຜົນປະໂຫຍດອັນຊອບທຳ ຂອງລັດ ແລະຂອງປະຊາ ຊົນລາວ ບັນດາເຜົ່າ.

ໃນເບື້ອງຕົ້ນ ການຈັດຕັ້ງ ແລະການເຄື່ອນໄຫວຂອງສານປະຊາຊົນແມ່ນ​ພົບ​ຫຼາຍບັນຫາ​, ມີສິ່ງທ້າ​ທາຍ, ທົດ​ສອບຫລາຍປະການ​ເຊັ່ນ: ສຳນັກງານ​ບ່ອນ​ເຮັດ​ວຽກ​ບໍ່​ທັນ​ມີ​ຕ້ອງ​ໄດ້​ອາ​ໄສ​ພຽງ​ແຕ່ 1/3 ຂອງ​ຕຶກອາຄານ ​ກະ ຊວງ​ຍຸຕິ​ທຳ​ ເປັນ​ບ່ອນ​ເຮັດ​ວຽກ, ມີ​ຄວາມ​ແອ​ອັດ, ພະນັກງານ​ບໍ່​ພຽງພໍ, ຂາດ​ພາຫະນະ,​ ອຸປະກອນ, ງົບປະມານ ຕອບ​ສະໜອງ​ມີໜ້ອຍ, ບໍ່ທັນມີກົດໝາຍເປັນບ່ອນອີງ ແລະສະພາບ​ແນວ​ຄິດ ​ຂອງ​ອຳນາດ​ການ​ປົ​ກຄອງ, ທະ ຫານ , ຕຳຫຼວດ, ຂ້າລາຊະການ​ທີ່​ຖືກ​ປະຊາຊົນ​ໂຄ່ນ​ລົ້ມ​ໄປ​ນັ້ນ ຈຳນວນ​ໜຶ່ງຍັງ​ມີ​ແນວ​ຄິດ​ປໍ​ລະ​ປັກ ແລະອື່ນໆ. ເຖິງ​ແມ່ນ​ວ່າ​ຈະ​ພົບ​ຄວາມ​ຫຍຸ້ງຍາກຫລາຍດ້ານ​ດັ່ງ​ທີ່​ກ່າວ​ມານັ້ນກໍຕາມ ແຕ່​ຍ້ອນ​ມີ​ແນວ​ທາງ​ນະ​ໂຍບາຍ​ອັນ​ຖືກ ຕ້ອງ ​ແລະສະຫຼາດ​ສ່ອງ​ໃສ​ຂອງ​ພັກ, ມີ​ການ​ຊີ້ນຳ-ນຳພາ​ຂອງຂັ້ນ​ເທິງ​ຢ່າງ​ໃກ້​ສິດ; ​ຄະນະ​ພັກ ຄະນະ​ນຳ ສານ​ປະ ຊາຊົນ​ສູງ​ສຸດ ​ໄດ້​ເອົາໃຈໃສ່ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ ຂອງພະນັກງານສານປະຊາຊົນ ໃຫ້ເພີ່ມ​ທະວີ ແລະຍົກ​ສູງ​ຄວາມຮັບຜິດຊອບ, ຄວາມ​ສາມັກຄີເປັນ​ຈິດ​ໜຶ່ງໃຈ​ດຽວ, ຍົກ​ສູງ​ຈິດ​ໃຈ​ຮັກ​ຊາດ, ຮັກ​ລະບອບ​ປະຊາ ທິປະ​ໄຕປະຊາຊົນອັນເຮັດໃຫ້ສານປະຊາຊົນຜ່ານຜ່າຂໍ້ຫຍຸ້ງຍາກຕ່າງໆ ແລະໄດ້​ເຄື່ອນໄຫວຢ່າງຕັ້ງໜ້າ​ປະກອບ ສ່ວນໃນການປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະສາດເຮັດໃຫ້ບັນດາຂໍ້ຂັດແຍ່ງ, ການລະເມີດກົດໝາຍແລະບັນຫາຕ່າງໆ ທີ່ເກີດຂຶ້ນ ຖືກແກ້ໄຂ ແລະ ລຸດໜ້ອຍ ຖອຍລົງເທື່ອລະກ້າວ, ເຮັດໃຫ້ສັງຄົມ​ມີ​ຄວາມ​ສະຫງົບ ​ໂດຍ​ພື້ນຖານ.

3. ໄລຍະ​ແຫ່ງການກໍ່ສ້າງ ແລະ ພັດທະນາລະບົບສານປະຊາຊົນ( 1989 - 2003). 

          ໃນປີ 1986 ພັກ ແລະ ລັດຖະບານ ໄດ້ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ອັນ​ໄດ້ເຮັດໃຫ້ການ ພັດທະນາເສດຖະກິດ-ສັງຄົມຂອງ​ປະ​ເທດ ມີການຂະຫຍາຍຕົວຢ່າງວ່ອງໄວ, ບັນດາສິ່ງຫຍໍ້ທໍ້, ຂໍ້​ຂັດ​​ແຍ່ງ​ສັງຄົມ ມີໜໍ່ແໜງຂະຫຍາຍຕົວຂຶ້ນໃນສັງຄົມ. ດັ່ງນັ້ນ, ລະບົບສານປະຊາຊົນ ກໍມີຄວາມຈຳເປັນທີ່ຕ້ອງ ໄດ້ປັບປຸງໃຫ້ມີ ປະສິດທິພາບສູງຂຶ້ນ. ໃນວັນທີ 23 ທັນວາ 1989, ກົດໝາຍວ່າດ້ວຍສານປະຊາຊົນສະບັບທຳອິດ ໄດ້ຖືກຮັບ ຮອງເອົາໃນກອງປະຊຸມສະໄໝສາມັນ ຄົບຄະນະເທື່ອທີ 2​ ຂອງສະພາປະຊາຊົນຊຸດທີ II ແລະ ປະກາດໃຊ້ຢ່າງ​ເປັນ​ທາງ​ການຕາມລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 06/ປທປທ ລົງວັນທີ 09 ມັງກອນ 1990 ຊື່ງຖືວ່າເປັນຂີດໝາຍປະຫວັດສາດທີ່ສຳຄັນ ແຫ່ງການສ້າງຕັ້ງສານປະຊາຊົນຂຶ້ນຢ່າງເປັນຮູບປະທຳ ແລະ ເປັນ ລະບົບ. ໄປພ້ອມດຽວກັນນັ້ນ, ໃນວັນ​ທີ 14 ສິງຫາ 1991 ລັດຖະທຳ​ມະນູນ​ສະບັບ​ທຳ​ອິດ​ຂອງສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ຖຶກຮັບຮອງໃນກອງປະຊຸມຄັ້ງທີ 6 ສະໄໝສາມັນຂອງສະພາປະຊາຊົນສູງສຸດ ຊຸດທີ II  ແລະ ປະກາດ​ໃຊ້​ຢ່າງ​ເປັນ​ທາງ​ການ ຕາມລັດຖະດຳລັດຂອງປະທານປະເທດສະບັບເລກທີ 55/ປທປທ ລົງວັນທີ 15​ ສິງຫາ 1991, ​ຊຶ່ງໃນ​ມາດຕາ 65 ໄດ້​ກຳນົດ​ວ່າ: “ ສານ​ປະຊາຊົນ​ ​ແມ່ນ​ອົງການ​ພິພາກສາ​ຂອງ​ລັດ ຊຶ່ງ​ປະກອບ​ດ້ວຍ​ສານ​ປະຊາຊົນ​ສູງ​ສຸດ, ສານ​ປະຊາຊົນ​ແຂວງ, ກຳ​ແພງ​ນະຄອນ, ສານ​ປະຊາຊົນ​ເມືອງ ​ແລະ ສານ​ທະຫານ...” ນັບແຕ່ນັ້ນມາ ບໍ່ວ່າຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນການຈັດຕັ້ງຂອງສານໄດ້ສ້າງຕັ້ງຂຶ້ນ ຢ່າງເປັນ ຮູບເປັນຮ່າງ ທີ່ຊັດເຈນ ໂດຍສະເພາະຢູ່ຂັ້ນທ້ອງຖິ່ນໄດ້ປະກາດສ້າງຕັ້ງ ສານປະຊາຊົນແຂວງ, ກຳແພງນະຄອນ  ແລະສານປະຊາຊົນເມືອງຂຶ້ນ ໂດຍໄດ້ແຕ່ງຕັ້ງປະທານ, ຮອງປະທານ ແລະຜູ້ພິພາກສາ ເພື່ອພິຈາລະນາຕັດສິນ ຄະດີ ພ້ອມທັງປະກອບພະນັກງານຊ່ວຍວຽກໃຫ້ສານປະຊາຊົນ ຕາມຄວາມເໝາະສົມ. ເຖີງຢ່າງໃດກໍຕາມ ການ ຈັດຕັ້ງ ແລະການບໍລິຫານສານປະຊາຊົນ ໃນເວລານັ້ນຍັງຂຶ້ນກັບກະຊວງຍຸຕິທຳ ໂດຍທີ່ປະທານ ສານປະຊາຊົນ ທ້ອງຖິ່ນ ຈະຮັບຜິດຊອບເປັນຮອງຫົວໜ້າພະແນກຍຸຕິທຳແຂວງ, ກຳແພງນະຄອນ ແລະ ເມືອງ.

ໂດຍປະຕິບັດຕາມພາລະບົດບາດ, ສິດ, ໜ້າທີ່ ຕາມທີ່ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ໂດຍສະເພາະມາດຕາ 2 ຂອງກົດໝາຍວ່າດ້ວຍສານປະຊາຊົນໄດ້ກຳນົດວ່າ“ຢູ່ສາທາ​ລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ ມີ​ແຕ່​ສານ​ເທົ່າ​ນັ້ນທີ່​ມີ​ສິດ​ອຳນາດ​ພິພາກສາ​ຄະດີ ບົນ​ພື້ນຖານ​ການ​ເຄົາລົບ​ກົດໝາຍ ຢ່າງ​ເຂັ້ມ ງວດ “  ຊຶ່ງໄດ້ແບ່ງສິດ​ອຳນາດ​ຂອງ​ສານ​ປະຊາຊົນ​ແຕ່ລະ​ຂັ້ນໃນການພິຈາລະນາຕັດສິນຄະດີ ຄື:

- ສານ​ປະຊາຊົນ​ເມືອງ ມີ​ສິດ​ອຳນາດ​ໃນ​ການ​ພິຈາລະນາ​ຄື ເປັນ​ຂັ້ນຕົ້ນ: ຄະດີ​ແພ່ງ ມີ​ມູນ​ຄ່າບໍ່​ເກີນ ຫ້າ​​ລ້ານ​ກີບ ​ແລະບໍ່​ຂຶ້ນກັບ​ສິດ​ອຳນາດ​ຂອງສານ​ອື່ນ, ຄະດີ​ອາຍາ​ທີ່​ກຳນົດ​ໂທດ​ຕັດ​ອິດ​ສະລະ​ພາບ​ສູງ​ສຸດບໍ່​ເກີນສອງ ປີ ແລະ ບໍ່​ຂຶ້ນກັບ​ສິດ​ອຳນາດ​ຂອງ​ສານ​ອື່ນ;

- ສານ​ປະຊາຊົນ​ແຂວງ, ກຳ​ແພງ​ນະ​ຄອນ ແລະ ສານ​ເຂດ​ພິ​ເສດ ມີ​ສິດ​ອຳນາດ​ໃນ​ການ​ພິຈາລະນາ​ຄະດີ ເປັນ​ຂັ້ນຕົ້ນ ຄະດີ​ແພ່ງ ​ແລະ ຄະ​ດີອາຍາ ທີ່​ບໍ່​ຂຶ້ນກັບ​ສິດ​ອຳນາດ​ຂອງ​ສານ​ປະຊາຊົນ​ເມືອງ ແລ​ະສານ​ອື່ນ, ​ເປັນ​ຂັ້ນລົບ​ລ້າງຄະດີ​ທີ່​ສານ​ປະຊາຊົນ​ເມືອງ​ໄດ້​ຕັດສິນ​ເປັນຂັ້ນຕົ້ນແລ້ວ ແລະ ເປັນຂັ້ນຕິດຕາມກວດກາ ຄຳຕັດສິນທີ່ ໃຊ້ໄດ້ເດັດຂາດຂອງສານປະຊາຊົນເມືອງ ບົນພຶ້ນຖານການສະເໜີຄັດຄ້ານຂອງໄອຍະການປະຊາຊົນ;

- ສານ​ປະຊາຊົນ​ສູງ​ສຸດພິຈາລະນາ​ເປັນ​ຂ້ັນຕົ້ນ ແລະ ເດັດຂາດ ຄະດີທີ່ມີຄວາມຫຍຸ້ງຍາກ ສັບສົນ ແລະ ມີຄວາມສຳຄັນເປັນພິເສດ, ພິຈາລະນາເປັນຂັ້ນລົບລ້າງ ຄະດີທີ່ສານປະຊາຊົນແຂວງ, ກຳແພງນະຄອນ ໄດ້ຕັດ ສິນເປັນຂັ້ນຕົ້ນແລ້ວ ແລະຂັ້ນຕິດຕາມ ກວດກາ​ຄຳ​ຕັດສິນ​ທີ່​ໃຊ້​ໄດ້​ຢ່າງ​ເດັດຂາດຂອງ​ສານ​ປະຊາຊົນ​ແຂວງ, ກຳ​ແພງ​ນະຄອນ ແລະ ​ເຂດ​ພິ​ເສດ ຕາມ​ການສະ​ເໜີ​ຄັດຄ້ານ​ຂອງອະທິ​ໄອ​ຍະ​ການ​ປະຊາຊົນ.

ເພື່ອເຮັດສຳເລັດໜ້າທີ່ດັ່ງກ່າວ, ​ຄະນະ​ນຳ​ຂອງສານປະຊາຊົນແຕ່ລະຂັ້ນ ໄດ້ເອົາ​ໃຈ​ໃສ່​ຊີ້ນຳ​ໆພາ ​ການ​​ເຄື່ອນ​ໄຫວວຽກງານຂອງສານ ​ເພື່ອ​ຮັບປະກັນ​ການ​ປະຕິບັດ​ໜ້າ​ທີ່ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ຮອບດ້ານ ແລະ ຮັບປະກັນ​ຄວາມ​ຍຸຕິ​ທຳ ​​ໂດຍ​ໄດ້​ເລັ່ງ​ໃສ່​ແກ້​ໄຂ​ຄະດີ​ຢູ່ແຕ່ລະ​ຂັ້ນ ໃຫ້​ມີ​ຄວາມ​ຍຸຕິ​ທຳ ຫຼີກ​ເວັ້ນການ​ນຳ​ໃຊ້​ຊ່ອງ​ຫວ່າງ​ຂອງ​ກົດໝາຍ ​ເພື່ອ​ເອົາ​ລັດ​ເອົາ​ປຽບ​ກັນ​ໃນ​ສັງຄົມ; ພ້ອມ​ດຽວ​ກັນນັ້ນ ກໍ​ພັດ​ທະນະ​ກົນ​ໄກ​ການ​ດຳ​ເນີນ​ຄະດີ​ໃຫ້​ມີ​ຄວາມ​ຮັດກຸມ​ສອດຄ່ອງ​ກັບ​ສະພາບ​ການ​ຂະຫຍາຍຕົວທາງ​ດ້ານ​ເສດຖະກິດ - ສັງຄົມ​ເທື່ອ​ລະ​ກ້າວ.

4. ໄລຍະ​ແຫ່ງການປັບປຸງ ແລະ ພັດທະນາລະບົບສານປະຊາຊົນ ( 2003-2009 ).

          ເປັນເວລາທົດສະວັດກວ່າທີ່ສານປະຊາຊົນຢູ່ທ້ອງຖິ່ນໄດ້ສ້າງຕັ້ງຢ່າງເປັນລະບົບ ແລະມີການປັບປຸງ ພັດ ທະນາເປັນກ້າວໆມາ. ເຖີງຢ່າງໃດກໍຕາມສະພາບການພັດທະນາເສດຖະກິດ-ສັງຄົມຂອງປະເທດ ໄດ້ຂະຫຍາຍ ຕົວຢ່າງວ່ອງໄວ ແລະສະພາບຂໍ້ຂັດແຍ່ງໃນສັງຄົມກໍເກີດຂຶ້ນຢ່າງຫລວງຫລາຍ ແລະສັບສົນຂຶ້ນກວ່າເກົ່າ, ຄວາມ ຮຽກຮ້ອງຕ້ອງການ ໃນການບໍລິການຮັບໃຊ້ປະຊາຊົນໃຫ້ມີຄວາມສະດວກ ແລະເຂົ້າເຖີງຂະບວນການດຳເນີນ ຄະດີຂອງສານງ່າຍຂຶ້ນ ເປັນສີ່ງຈຳເປັນ ແລະຮຽກຮ້ອງໃຫ້ມີການປັບປຸງລະບົບສານປະຊາຊົນຄືນໃໝ່. ດັ່ງນັ້ນໃນ ປີ  2003 ຈື່ງໄດ້ມີການປັບປຸງລະບົບສານປະຊາຊົນ ໂດຍໄດ້ສ້າງຕັ້ງສານອຸທອນຂຶ້ນ ຢູ່ໃນສາມພາກ ແລະ ໂອນ ສານປະຊາຊົນທ້ອງຖິ່ນ ຈາກການຄຸ້ມຄອງຂອງກະຊວງຍຸຕິທຳ ມາຢູ່ໃນການຄຸ້ມຄອງບໍລິຫານ ຂອງສານປະຊາ ຊົນສູງສຸດ. ເຮັດໃຫ້ລະບົບການຈັດຕັ້ງ ຂອງສານປະຊາຊົນໃນໄລຍະນີ້ ປະກອບດ້ວຍ ສານ​ປະຊາຊົນ​ສູງ​ສຸດ; ສານ​ອຸທອນ;  ສານ​ປະຊາຊົນ​ແຂ​ວງ , ນະຄອນ; ສານ​ປະຊາຊົນ​ເມືອງ, ເທດ​ສະ​ບານ ແລະສານ​ທະຫານ.

ນອກຈາກ​ ການ​ປັບປຸງ​ລະບົບ​ການຈັດຕັ້ງ​ແລ້ວ ຍັງ​ໄດ້​ປັບປຸງ​ກົນ​ໄກ​ດຳ​ເນີນ​ຄະດີ​ ມີ​ຄວາມ​ວ່ອງ​ໄວ, ລົງ ເລິກແຕ່ລະບັນຫາ ຖືກ​ຕ້ອງ ​ແລະຍຸຕິ​ທຳໂດຍ​ໄດ້​ແຍກ​ຄະນະ​ສານ​ອອກ​ເປັນ 5 ຄະນະ​ສານຄື: ຄະນະ​ສານ​ອາຍາ  ຄະນະ​ສານ​ແພ່ງ, ຄະນະ​ສານ​ການ​ຄ້າ, ຄະນະ​ສານ​ຄອບຄົວ ​ແລະ ຄະນະ​ສານ​ເດັກ.

ຈຸດສຳຄັນ ຂອງການປັບປຸງລະບົບສານປະຊາຊົນໃນຄັ້ງນີ້ ອັນສຳຄັນແມ່ນ ການໂອນການຈັດຕັ້ງ ແລະ ການບໍລິຫານ ຕໍ່ສານປະຊາຊົນທ້ອງຖິ່ນ ຈາກການຄຸ້ມຄອງຂອງກະຊວງຍຸຕິທຳ ມາຢູ່ໃນການຄຸ້ມຄອງ ຂອງສານ ປະຊາຊົນສູງສຸດຢ່າງຮອບດ້ານ, ຊື່ງຖືວ່າເປັນສິ່ງທ້າທາຍຢ່າງໃຫຍ່ຫລວງຕໍ່ສານປະຊາຊົນສູງສຸດ; ​ດັ່ງນັ້ນ, ສານ ປະຊາຊົນສູງສຸດ ຈຶ່ງມີອຳນາດພິຈາລະນາຄະດີ ພຽງແຕ່ເປັນ ຂັ້ນລົບລ້າງສະເພາະແຕ່ທາງດ້ານກົດໝາຍເທົ່ານັ້ນ ເພື່ອໃຫ້ສານປະຊາຊົນສູງສຸດ ໄດ້ເຮັດໜ້າທີ່ຢ່າງເຕັມສ່ວນໃນການຄຸ້ມຄອງມະຫາພາກ ຕໍ່ສານປະຊາຊົນ ທ້ອງ ຖິ່ນ, ໂດຍໄດ້ສ້າງຕັ້ງ ສານອຸທອນຂຶ້ນ ເພື່ອພິຈາລະນາຄະດີເປັນຂັ້ນອຸທອນ ແລະ ຂັ້ນສຸດທ້າຍ ທາງດ້ານ ຂໍ້ມູນ ຫລັກຖານ ເພື່ອຈຳກັດບໍ່ໃຫ້ຄະດີຂຶ້ນມາຫາສານປະຊາຊົນສູງສຸດ. ພ້ອມດຽວກັນນັ້ນ ກົງຈັກຊ່ວຍວຽກຂອງສານ ປະຊາຊົນ ກໍໄດ້ມີການປັບປຸງ ຊື່ງປະກອບ​ມີ: ຫ້ອງການ, ກົມ​ຈັດຕັ້ງພະນັກງານ, ກົມ​ຄຸ້ມຄອງ-ກວດກາ ​ແລະ ສະ ຖິຕິ​ສານ ແລະ ສູນ​ບຳລຸງ​ຜູ້​ພິພາກສາ, ທາງ​ດ້ານ​ຈຳນວນ​ພົນ​ຂອງ​ສານ ກໍ​ໄດ້​ມີ​ການ​ບັນຈຸ ສັບຊ້ອນເຂົ້າໃໝ່ ຢ່າງ ເໝາະສົມ. ເພື່ອເຮັດໃຫ້ສານປະຊາຊົນສູງສຸດສາມາດຄຸ້ມຄອງບໍລິຫານ ຕໍ່ສານທ້ອງຖິ່ນໄດ້ຢ່າງສະດວກ ແລະມີ ປະສິດທິພາບ. ເຖີງຢ່າງໃດກໍຕາມ ທາງດ້ານງົບປະມານຂອງສານປະຊົນທ້ອງຖິ່ນ ແມ່ນຍັງຂຶ້ນກັບ ອຳນາດການ ປົກຄອງທ້ອງຖິ່ນ.

          ພາຍຫຼັງ​ທີ່​ສານ​ປະຊາຊົນ​ທ້ອງ​ຖິ່ນ ໄດ້​ຂ້ຶນກັບ​ສານ​ປະຊາຊົນ​ສູງ​ສຸດແລ້ວ ຄະນະ​ພັກ, ຄະນະ​ນຳ ສານ​ປະ ຊາຊົນ​ສູງ​ສຸດໄດ້​ມີ​ການຄົ້ນຄວ້າ​ປັບປຸງ ​ແລະກຳນົດ​ທິດ​ທາງ​ໃນ​ການ​ພັດທະນາລະບົບ​ສານ​ປະຊາຊົນເປັນ​ແຕ່ລະ ​​ໄລຍະ ໄປ​ຄຽງ​ຄູ່​ກັບ ​ການ​ປັບປຸງ​ແບບ​ແຜນ​ວິທີ​ເຮັດ​ວຽກ​ ຂອງ​ສານ​ປະຊາຊົນ ເພື່ອ​ຮັບປະກັນ ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ວຽກ​ງານ​ມີ​ຄວາມ​ສະດວກ, ຄ່ອງ​ຕົວ ​ແລະ ສອດຄ່ອງ​ກັບ​ການ​ຂະຫຍາຍຕົວ​ຂ​ອງ​ເສດຖະກິດ-ສັງຄົມ ​ໃນ​ແຕ່ ລະ​ໄລຍະ ທັງ​ມີ​ຄວາມ​ແທດ​ເໝາະ, ສອດຄ່ອງ​ກັບ​ພາລະ​ບົດບາດ​ສິດ, ໜ້າ​ທີ່ ຂອງ​ສານ​ປະຊາຊົນ​ແຕ່ລະ​ຂັ້ນ, ຮັບປະກັນ​ໃຫ້​ແກ່​ການ​ແກ້​ໄຂ​ຄະດີ​ມີ​ຄວາມ​ວ່ອງ​ໄວ, ຮັດກຸມ ​ແລະ ຖືກຕ້ອງ​ຕາມ​ຄວາມ​ເປັນ​ຈິງ ​ແລະ ກົດໝາຍ ​ເທື່ອ​ລະ​ກ້າວ.

5. ໄລຍະ​ແຫ່ງການພັດທະນາລະບົບສານປະຊາຊົນ( 2009 - ປັດຈຸບັນ).

ຄຽງຄູ່ກັບການພັດທະນາລະບົບສານປະຊາຊົນ, ການພັດທະນາເສດຖະກິດ-ສັງຄົມ ແລະ ການພັດທະ ນາດ້ານຕ່າງໆ ຂອງປະເທດ ໄດ້ມີການພັດທະນາຢ່າງວ່ອງໄວ ພ້ອມນັ້ນໃນປີ 2009 ລັດຖະບານ ກໍໄດ້ຄົ້ນຄວ້າ ແລະ ຮັບຮອງເອົາແຜນຍຸດທະສາດກ່ຽວກັບການພັດທະນາລັດແຫ່ງກົດໝາຍຂອງ ສປປ ລາວ. ດັ່ງນັ້ນ ສານປະ ຊາຊົນ ຈື່ງໄດ້ທົບທວນຄືນບົດບາດ, ສິດ, ໜ້າທີ ແລະ ລະບົບການຈັດຕັ້ງຂອງຕົນ ເພື່ອໃຫ້ການເຄື່ອນໄຫວວຽກ ງານ ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ການເຊື່ອມໂຍງກັບສາກົນ ແລະ ພາກ ພຶ້ນ. ຄະນະພັກຄະນະນຳຂອງສານປະຊາຊົນສູງສຸດ ຈື່ງໄດ້ສະເໜີປັບປຸງ ແລະ ພັດທະນາລະບົບສານປະຊາ ຊົນ; ຊຶ່ງຄະນະປະຈຳສະພາແຫ່ງຊາດ ກໍໄດ້ອອກມະຕິຕົກລົງສະບັບເລກທີ 113/ຄປຈ ລົງວັນທີ 28 ພຶດສະພາ 2009 ກ່ຽວກັບການໂຮມສານປະຊາຊົນເມືອງເປັນສານປະຊາຊົນເຂດ ແລະ ເພີ່ມສິດອຳນາດໃຫ້ສານປະຊາຊົນ ເຂດໃນການພິຈາລະນາຕັດສິນຄະດີ ແລະ ມະຕິຕົກລົງສະບັບເລກທີ 179/ຄປຈ ລົງ ວັນທີ 05 ຕຸລາ 2009 ກ່ຽວ ກັບການປ່ຽນຊື່ຂອງສານອຸທອນ ມາເປັນສານປະຊາຊົນພາກ ແລະ ມີການປັບປຸງບັນດານິຕິກຳ ທີ່ກ່ຽວກັບການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງສານເປັນຕົ້ນແມ່ນກົດໝາຍວ່າດ້ວຍສານປະຊາຊົນ ໄດ້ປັບປຸງ ແລະ ຖືກຮັບ ຮອງເອົາໃນວັນທີ 26 ພະຈິກ 2009 ຊຶ່ງມາດຕາ 2 ໄດ້ກຳນົດວ່າ ສານປະຊາຊົນ ແມ່ນອົງການຕຸລາການ ທີ່ເຮັດ ໜ້າທີ່ພິຈາລະນາຕັດສິນຄະດີ “  . ໂດຍໄດ້ແບ່ງສິດອຳນາດໃນການພິຈາລະນາຄະດີຄື:

          - ຄະດີແພ່ງ ແລະຄະດີກ່ຽວກັບຄອບຄົວ ທີ່ມີຂໍ້ຂັດແຍ່ງມູນຄ່າ 300 ລ້ານກີບລົງມາ ແລະ ຄະດີອາຍາ ທີ່ກົດໝາຍກຳນົດໂທດສູງສຸດ ບໍ່ເກີນ 3 ປີ ແມ່ນສິດອຳນາດ ຂອງສານປະຊາຊົນເຂດ ເປັນຜູ້ພິຈາລະນາ ເປັນ ຂັ້ນຕົ້ນ.

          - ຄະດີແພ່ງ ແລະ ຄະດີຄອບຄົວ ທີ່ມີຂໍ້ຂັດແຍ່ງເກີນ 300 ລ້ານກີບ, ຄະດີການຄ້າ ແລະ ຄະດີເດັກ ລວມທັງ ຄະດີອາຍາ ທີ່ກົດໝາຍກຳນົດໂທດສູງສຸດ ເກີນ 3 ປີ ແມ່ນນຳມາພິຈາລະນາເປັນຂັ້ນຕົ້ນ ຢູ່ສານປະຊາ ຊົນແຂວງ,​ ນະຄອນ ແລະ ສານເດັກ; ຄະດີທີ່ສານຂັ້ນຕົ້ນ(ເຂດ)ໄດ້ຕັດສິນແລ້ວ ແຕ່ຄູ່ຄວາມບໍ່ພໍໃຈ ຊື່ງຂໍອຸທອນ ຂຶ້ນມາ ແມ່ນນຳມາພິຈາລະນາເປັນຂັ້ນອຸທອນ ຢູ່ສານປະຊາຊົນແຂວງ,​ ນະຄອນ.

          - ຄະດີແພ່ງ, ການຄ້າ,​ ຄອບຄົວ, ເດັກ ແລະ ຄະດີອາຍາ ທີ່ສານປະຊາຊົນແຂວງ, ນະຄອນ ໄດ້ຕັດສິນ ເປັນຂັ້ນຕົ້ນແລ້ວ ແຕ່ຄູ່ຄວາມບໍ່ພໍໃຈຊຶ່ງໄດ້ຂໍອຸທອນຂຶ້ນມາແມ່ນນຳມາພິຈາລະນາເປັນຂັ້ນອຸທອນ ຢູ່ສານປະຊາ ຊົນພາກ ແລະຄະດີທີ່ສານປະຊາຊົນແຂວງ, ນະຄອນໄດ້ພິຈາລະນາເປັນຂັ້ນອຸທອນແລ້ວ ແຕ່ຄູ່ຄວາມບໍ່ພໍໃຈ ຈຶ່ງ ໄດ້ຂໍລົບລ້າງຂຶ້ນມາ ແມ່ນນຳມາພິຈາລະນາເປັນຂັ້ນລົບລ້າງແຕ່ທາງດ້ານກົດໝາຍ ຢູ່ສານປະຊາຊົນພາກ.

          - ຄະດີທີ່ສານປະຊາຊົນພາກພິຈາລະນາເປັນຂັ້ນອຸທອນແລ້ວ ແຕ່ຄູ່ຄວາມບໍ່ພໍໃຈ ຈຶ່ງໄດ້ຂໍລົບລ້າງ ຂຶ້ນ ມາ ແມ່ນນຳມາພິຈາລະນາເປັນຂັ້ນລົບລ້າງແຕ່ທາງດ້ານກົດໝາຍຢູ່ສານປະຊາຊົນສູງສຸດ.

ການປັບປຸງດັ່ງກ່າວໄດ້ເຮັດໃຫ້ ການຈັດຕັ້ງຂອງສານປະຊາຊົນມີການປ່ຽນແປງ, ເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາຂຶ້ນຢ່າງ​ກ້າວກະໂດດ  ຊື່ງມາຮອດປັດຈຸບັນ ການຈັດຕັ້ງຂອງສານປະຊາຊົນໃນທົ່ວປະເທດ ປະກອບດ້ວຍ: ສານປະຊາຊົນສູງສຸດ 01 ແຫ່ງ, ສານປະຊາຊົນພາກ 03 ແຫ່ງ, ສານປະຊາຊົນແຂວງ,​ ນະຄອນ 17 ແຫ່ງ ແລະ ສານປະຊາຊົນເຂດ 39 ແຫ່ງ, ສານທະຫານຂັ້ນສູງ 01 ແຫ່ງ, ສານທະຫານພາກ 03 ແຫ່ງ. ໄປ​ຄ່ຽງຄູ່​ກັບ​ການ​ປັບປຸງ​ການຈັດຕັ້ງ, ການ​ດຳ​ເນີນ​ຄະດີ​ກໍ​ໄດ້​ມີ​ການ​ປັບປຸງ​ໄປພ້ອມໆກັນ ໄດ້​ເຮັດ​ໃຫ້​ຄຸນ​ນະພາ​ບນັບ​ມື້ນັບ​ສູງ​ຂຶ້ນ ຕາມ​ທິດ​ກະທັດ​ລັດ ​ສົມ​ເຫດ​ສົມ​ຜົນ ແລະມີ​ປະສິດທິ​ຜົນ, ມີ​ການ​ປະສານສົມທົບ​ກັນ ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ ​ແລະຄະດີ​ຕ່າງໆ ຕາມ​ລະບຽບ​ກົດໝາຍ, ສາມາດ​ປົກ​ປັກ​ຮັກສາ​ສິດ ແລະຜົນ​ປະ​ໂຫຍດ ຂອງ​ລັດ, ຂອງ​ ລວມໝູ່ ແລະ ຂອງ​ພົນລະ​ເມືອງ​ໄດ້​ດີ​ຂຶ້ນ. ອັນທີ່ພົ້ນເດັ່ນໃນການປັບປຸງ ແລະ ພັດທະນາລະບົບສານປະຊາຊົນ ໃນໄລຍະນີ້ ແມ່ນການຫັນງົບປະມານຂອງສານໃຫ້ຂຶ້ນກັບສາຍຕັ້ງ ຊຶ່ງຖືເປັນການພັດທະນາແບບກ້າວກະໂດດ ຂອງລະບົບສານປະຊາຊົນ ພວກເຮົາ.